• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກູບາ ດໍາເນີນກອງປະຊຸມປຶກສາຫາລືທາງດ້ານການເມືອງ

ໂດຍໄດ້ຮັບຄໍາເຊີນຂອງກະຊວງການຕ່າງປະເທດ ກູບາ, ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ນໍາໜ້າຄະນະເດີນທາງໄປຢ້ຽມຢາມ ກູບາຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງສອງກະຊວງ, ໃນລະຫວ່າງວັນທີ 19 – 21 ກັນຍາ.

ທ່ານຮອງລັດຖະມົນຕີ ຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ (ພາບ:TTXVN)

ໃນໄລຍະເຮັດວຽກຢູ່ກູບາ, ທ່ານຮອງລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງການຕ່່າງປະເທດ Bruno Rodriguez Parrilla  ແລະ ທ່ານລັດຖະມົນຕີການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດ Rodrigo Malmierca Diaz, ປຶກສາຫາລືດ້ານການເມືອງກັບທ່ານຮອງລັດຖະມົນຕີຜູ້ທີ 1 ກະຊວງການຕ່າງປະເທດ Marcelo Medina Gonzalez, ພົບປະ ແລະ ເຮັດວຽກກັບການນໍາຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ, ຖະຫວາຍດອກໄມ້, ຈູບທູບທຽນຢູ່ອະນຸສາວະລີ ໂຮ່ຈີມິນ ຢູ່ນະຄອນຫຼວງ La Habana.

        ທີ່ການພົບປະຄັ້ງຕ່າງໆ ແລະ ການເຈລະຈາກັບຝ່າຍ ກູບາ, ສອງຝ່າຍໄດ້ເຫັນດີຊຸກຍູ້ການພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ ກໍຄື ຮັດແໜ້ນການພົວພັນລະຫວ່າງກະຊວງການຕ່າງປະເທດສອງປະເທດ, ພິເສດແມ່ນເລື່ອງສັບຊ້ອນ ແລະ ກະກຽມໃຫ້ແກ່ການການຢ້ຽມຢາມຂັ້ນສູງ, ຈັດຕັ້ງການເຄື່ອນໄຫວດ້ານການເມືອງ, ເສດຖະກິດ, ວັດທະນະທໍາ ແລະ ມິດພະພາບ ປະຊາຊົນໃນປີ 2020 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ກູບາ ຄົບຮອບ 60 ປີ. ກະຊວງການຕ່າງປະເທດສອງປະເທດ ກໍຢັ້ງຢືນວ່າ ຈະສົມທົບກັບບັນດາກະຊວງ, ຂະແໜງການຂອງສອງປະເທດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ-ການລົງທຶນສອງຝ່າຍ, ມຸ່ງໄປເຖິງເປົ້າໝາຍນໍາວົງເງິນການຄ້າສອງຝ່າຍຂຶ້ນເຖິງລະດັບ 500 ລ້ານ USD ໃນປີ 2022. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ສປຊ, ບັນດາເວທີປາໄສຫຼາຍຝ່າຍ. ສອງຝ່າຍກໍແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top