• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ສະໜັບສະໜູນເຊິ່ງກັນແລະກັນບົນເວທີສາກົນ

      ທີ່ການເຈລະຈາ, 2 ຝ່າຍຕີລາຄາວ່າ ນັບແຕ່ປີ 2020 ມາຮອດປະຈຸບັນ, ການແຜ່ລະບາດຂອງໂລກລະບາດໂຄວິດ-19 ໄດ້ກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການຜັນຂະຫຍາຍແຜນການຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະເທດ.
ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
(ພາບ: qdnd.vn)
      ຕອນບ່າຍວັນທີ 07 ພຶດສະພາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາທາງອອນລາຍກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກ ກຳປູເຈຍ Samdach Picheysean Tia Banh.
        ທີ່ການເຈລະຈາ, 2 ຝ່າຍຕີລາຄາວ່າ ນັບແຕ່ປີ 2020 ມາຮອດປະຈຸບັນ, ການແຜ່ລະບາດຂອງໂລກລະບາດໂຄວິດ-19 ໄດ້ກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການຜັນຂະຫຍາຍແຜນການຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະເທດ. ໃນໄລຍະຈະມາເຖິງ, ໂລກລະບາດໂຄວິດ-19 ຍັງສືບຕໍ່ມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບເຖິງການຜັນຂະຫຍາຍແຜນການຮ່ວມມືປີ 2021 ເຊິ່ງ 2 ຝ່າຍໄດ້ລົງນາມນຳກັນແລ້ວ. ສະນັ້ນ, 2 ຝ່າຍຕ້ອງຕັ້ງໜ້າປ່ຽນແປງໃໝ່ຮູບແບບການຈັດຕັ້ງ ແລະ ມາດຕະການດຳເນີນໃຫ້ເໝາະສົມກັບແຕ່ລະເນື້ອໃນຮ່ວມມືຢ່າງລະອຽດ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື: ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ສະກັດກັ້ນ ແລະ ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ການຄ້າເຖື່ອນ, ການເຂົ້າ-ອອກເມືອງຢ່າງຜິດກົດໝາຍ…; ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍເຊິ່ງຕ່າງຝ່າຍຕ່າງເປັນສະມຊິກ.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top