• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ຟົດຟື້ນ ຕໍ່ໜ້າວິກິດການ ໂຄວິດ - 19

      ຫວຽດນາມ ແມ່ນພື້ນຖານເສດຖະກິດເຄື່ອນໄຫວຟົດຟື້ນຕໍ່ໜ້າວິກິດການໂລກລະບາດໂຄວິດ - 19 ແລະ ຍັງພັດທະນາໄວກວ່າບັນດາປະເທດອື່ນໆ ຍ້ອນມີການຄວບຄຸມໂລກລະບາດໄດ້ເປັນຢ່າງດີ. 

(ພາບປະກອບ: AFP/TTXVN) 
      “ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ຟົດຟື້ນ ໃນວິກິດການ ໂຄວິດ - 19”. ນີ້ແມ່ນຂໍ້ສັງເກດຂອງ ທ່ານປະລິນຍາເອກ Jacques Morisset - ຫົວໜ້າກຸ່ມນັກຊ່ຽວຊານເສດຖະກິດ ສັງກັດ ທະນາຄານໂລກ ປະຈຳ ຫວຽດນາມ ໃນກອງປະຊຸມສຳມະນາວິທະຍາສາດສາກົນ ເຊິ່ງຖືກດຳເນີນໃນຕອນເຊົ້າວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ “ບັນດາບັນຫາດ້ານເສດຖະກິດ, ບໍລິຫານ ແລະ ດຳເນີນທຸລະກິດໃນຍຸກປັດຈຸບັນ”. ນະທີ່ນີ້, ບັນດານັກຮຽນຮູ້ພາຍໃນປະເທດ ແລະ ສາກົນ ຂຶ້ນກັບບັນດາຂະແໜງການເສດຖະກິດ, ບໍລິຫານ ແລະ ດຳເນີນທຸລະກິດ ໄດ້ແລກປ່ຽນ ແລະ ນຳສະເໜີບັນດາກິດຈະກຳຄົ້ນຄວ້າ, ໜູນຊ່ວຍໃຫ້ແກ່ບັນດາຍຸດທະສາດຊຸກຍູ້ການເຕີບໂຕ, ພັດທະນາແບບຍືນຍົງທົ່ວໂລກ. ກອງປະຊຸມສຳມະນາຄັ້ງນີ້ ໄດ້ສ້າງເງື່ອນໄຂໃຫ້ແກ່ບັນດານັກຊ່ຽວຊານ ແລະ ບັນດານັກວາງນະໂຍບາຍ ປຶກສາຫາລືກ່ຽວກັບບັນດາກິດຈະກຳຄົ້ນຄວ້າທີ່ພວມດຳເນີນ ໃນສະພາບການປະຕິວັດອຸດສາຫະກຳ ຄັ້ງທີ 4 ແລະ ໂລກລະບາດໂຄວິດ - 19.
        ໃນການປະກອບຄຳເຫັນທີ່ກອງປະຊຸມ, ທ່ານປະລິນຍາເອກ Jacques Morisset ຖືວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດເຄື່ອນໄຫວຟົດຟື້ນຕໍ່ໜ້າວິກິດການໂລກລະບາດໂຄວິດ - 19 ແລະ ຍັງພັດທະນາໄວກວ່າບັນດາປະເທດອື່ນໆ ຍ້ອນມີການຄວບຄຸມໂລກລະບາດໄດ້ເປັນຢ່າງດີ. ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດ ທີ່ມີລະດັບການເຕີບໂຕ GDP ເປັນບວກ ໃນໄຕມາດທີ 2.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top