• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນຄັ້ງທຳອິດເຂົ້າຮ່ວມກອງປະຊຸມຂອງ AALCO ດ້ວຍຖານະເປັນສະມາຊິກທາງການ

      ວັນທີ 02/05 ໄດ້ດຳເນີນພິທີໄຂກອງປະຊຸມປະຈຳປີຄັ້ງທີ 56 ຂອງອົງການທາບທາມ ກົດໝາຍ ອາຊີ - ອາຟຣິກາ (AALCO) ຢູ່ Nairobi ປະເທດ Kenya


ຫວຽດນາມ ເປັນຄັ້ງທຳອິດເຂົ້າຮ່ວມກອງປະຊຸມຂອງ AALCO (ພາບ: ອິນເຕີແນັດ)
      ຫວຽດນາມ ເປັນຄັ້ງທຳອິດເຂົ້າຮ່ວມກອງປະຊຸມຂອງ AALCO ດ້ວຍຖານະເປັນສະມາຊິກທາງການ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໂຕນຊິງແທງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມ ແລະ ການປະກອບສ່ວນສຳຄັນຂອງ AALCO ໃນເລື່ອງສ້າງເງື່ອນໄຂໃຫ້ແກ່ບັນດາປະເທດສະມາຊິກປຶກສາຫາລືບັນດາບັນຫານິຕິທຳສາກົນ ທີ່ກ່ຽວຂ້ອງເຖິງຜົນປະໂຫຍດຂອງບັນດາປະເທດຢູ່ ອາຊີ ແລະ ອາຟຣິກາ, ຍົກອອກບັນດາຂໍ້ສະເໜີແນະຕໍ່ລັດຖະບານບັນດາປະເທດນີ້ ກໍ່ຄືເຜີຍແຜ່ທັດສະນະຂອງ AALCO ເຖິງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ. ທ່ານເອກອັກຄະລັດຖະທູດ ໂຕນຊິງແທງ ຢືນຢັນຄືນໃໝ່ວ່າ ດ້ວຍຖານະເປັນສະມາຊິກທາງການຂອງ AALCO, ຫວຽດນາມ ໃຫ້ຄຳໝັ້ນສັນຍາມານະພະຍາຍາມຮ່ວມມືກັບບັນດາປະເທດສະມາຊິກ ແລະ ຄະນະເລຂາ AALCO ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດຂອງ AALCO, ເໝາະສົມກັບກົດລະບຽບ ແລະ ຫຼັກການຂອງອົງການນີ້.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top