
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ (ພາບອິນເຕີແນັດ)
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຮ່າງອັກຈ໋ຽນ, ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານສະພາຊົນເຜົ່າ ເປັນຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມສະພາບໍລິຫານເທື່ອທີ 1 ຂອງກອງປະຊຸມໃຫຍ່ລັດຖະສະພາອາຊີ (APA) ແຕ່ວັນທີ 01 – 04 ຕຸລາ ຢູ່ ພະນົມເປັນ ປະເທດ ກຳປູເຈຍ.
ໃນຂອບເຂດກອງປະຊຸມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ Samdech Heng Samrin ຕາມພິທີການທູດ; ພົບປະກັບບັນດາຄະນະຜູ້ແທນຂອງ ອິນເດຍ, ຕວກກີ, ກຳປູເຈຍ, ລາວ…ເນື່ອງໃນໂອກາດນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ສົ່ງຄຳເຊື້ອເຊີນເຖິງບັນດາລັດຖະສະພາທີ່ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຈະໄດ້ຈັດຕັ້ງຢູ່ ຫວຽດນາມ ໃນເດືອນ ມັງກອນ 2018 ຈະມາເຖິງ.
(ແຫຼ່ງຄັດຈາກ VOV)