• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ, ອັງກິດ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນ, ຕ້ານການຄ້າມະນຸດ

ທ່ານລັດຖະມົນຕີ ໂຕເລິມ ແລະ ທ່ານລັດຖະມົນຕີ Sajid Javid ໄດ້ຮ່ວມລົງໃນນາມບົດບັນທຶກຊ່ວຍຈຳ ລະຫວ່າງ ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານ ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານການຄ້າມະນຸດ

ທ່ານລັດຖະມົນຕີ ໂຕເລິມ ແລະ ທ່ານລັດຖະມົນຕີ Sajid Javid ຮ່ວມລົງໃນນາມບົດບັນທຶກຊ່ວຍຈຳ (ພາບ: Vietnam+)

ໂດຍຮັບຄຳເຊື້ອເຊີນຂອງທ່ານ Sajid Javid, ລັດຖະມົນຕີກະຊວງພາຍໃນ ອັງກິດ, ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ  ໂດຍພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນຫົວໜ້າຄະນະ ກຳລັງມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກອັງກິດ. ໃນວັນທີ 21 ພະຈິກ ທີ່ລອນດອນ, ທ່ານລັດຖະມົນຕີ ໂຕເລິມ ແລະ ທ່ານລັດຖະມົນຕີ Sajid Javid ໄດ້ຮ່ວມລົງໃນນາມບົດບັນທຶກຊ່ວຍຈຳ ລະຫວ່າງ ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານ ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານການຄ້າມະນຸດ.

ທີ່ການພົບປະເຈລະຈາ, ໃນຂອບເຂດການຢ້ຽມຢາມ, ສອງຝ່າຍຕີລາຄາສູງ ໃນໄລຍະຜ່ານມາ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ອັງກິດ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ປະກອບສ່ວນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ຂອງສອງປະເທດ.

ເພື່ອປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງກະຊວງ, ໃນໄລຍະທີ່ຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບນຳກັນ ວ່າທຸກປີຈະຮັກສາ, ຜັນຂະຫຍາຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ເພື່ອແນໃສ່ແລກປ່ຽນ ແລະ ແບ່ງປັນບົດຮຽນໃນການເຮັດວຽກງານ, ຂໍ້ມູນຂ່າວສານດ້ານວິຊາສະເພາະໃນບັນດາຂົງເຂດປ້ອງກັນ ແລະ ຕ້ານການຄ້າມະນຸດ. ສອງຝ່າຍສົ່ງເສີມການສ້າງ, ເຈລະຈາ ແລະ ປັບປຸງບັນດາລະບຽບການໃຫ້ສຳເລັດໂດຍໄວເພື່ອລົງນາມໃນສັນຍາສົ່ງຜູ້ຮ້າຍຂ້າມແດນ ແລະ ບັນດາເອກະສານການຮ່ວມມືອື່ນໆ, ສ້າງກອບກົດໝາຍໃຫ້ແກ່ການເຄື່ອນໄຫວຮ່ວມມືສອງຝ່າຍ ລະຫວ່າງ ສອງກະຊວງ.

ກ່ອນໜ້ານັ້ນ ວັນທີ 20 ພະຈິກ, ທ່ານລັດຖະມົນຕີ ໂຕເລິມ ໄດ້ມີການພົບປະໂອ້ລົມກັບບັນດາພະນັກງານ, ພາລະກອນ ຂອງສະຖານທູດ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ອັງກິດ ຢູ່ສະຖານທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top