• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ວິຕົກກັງວົນຕໍ່ເລື່ອງ ສປປ.ເກົາຫຼີ ຍິງທົດລອງບັນດາລູກສອນໄຟນຳວິຖີ


ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ​ງ
      ​ໃນ​ຖະ​ແຫຼ​ງການ​ສະບັບໜຶ່ງ​ທີ່​ຍົກ​ອອກ​ເມື່ອ​ວັນ​ທີ 10/03, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ​ງ ຊີ້​ແຈ້ງວ່າ​ ຫວຽດນາມ ມີຄວາມວິຕົກ​ກັງວົນ​ທີ່​ສຸດ​ຕໍ່​ເລື່ອງ ສປປ.​ເກົາ​ຫຼີ ດຳ​ເນີນ​ການ​ຍິງ​ທົດ​ລອງ​ບັນດາ​ລູກ​ສອນ​ໄຟ​ນຳ​ວິຖີ​ເມື່ອ​ວັນ​ທີ 06/03/2017 ຜ່ານ​ມາ. ລະ​ເມີດ​ບັນດາ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ. ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ສະໜັບ​ສະ​ໜູນ​ທຸກ​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ການ​ເຈລະຈາ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ປະຕິບັດການສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ. ​ເລື່ອງຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແມ່ນ​ຜົນ​ປະ​ໂຫຍດ ​ແລະ ຄວາມ​ຮັບຜິດຊອບ​ລວມຂອງ​ບັນດາ​ປະ​ເທດ. ຫວຽດນາມ ສະ​ເໜີ​ບັນດາ​ປະ​ເທດ​ມີ​ການ​ກະທຳທີ່ມີ​ລັກສະນະ​ສ້າງສັນ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ​​ໃນ​ໂລກ, ​ເດັດດ່ຽວ​​ເຄົາລົບ​ບັນດາ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະປະຊາ​ຊາດ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top