
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີແດນມາກ Lars Lokke Rassmussen, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in, ທ່ານປະທານາທິບໍດີ ເອທີໂອເປຍ Mulatu Teshome ພ້ອມດ້ວຍການນໍາ, ວິສາຫະກິດບັນດາປະເທດ ກໍໄດ້້ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ໂດຍແມ່ນຜູ້ທໍາອິດ ໃນຈໍານວນການນໍາ 6 ຄົນ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຈະຮ່ວມແຮງຮ່ວມໃຈພ້ອມກັບບັນດາສະມາຊິກຂອງເວທີປາໄສ ປະຕິບັດບັນດາເປົ້າໝາຍການເຕີບໂຕຂຽວທົ່ວໂລກ ຮອດປີ 2030 ໃຫ້ປະກົດຜົນເປັນຈິງ. ທ່ານກ່່າວວ່າ:
“ຫວຽດນາມ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງເວທີປາໄສ P4G ພິເສດແມ່ນ ລັດຖະບານ ແດນມາກ ໃນການພັດທະນາແບບຍືນຍົງ ຜ່ານການຜັນຂະຫຍາຍຍຸດທະສາດເຕີບໂຕຂຽວ, ໂດຍສະເພາະແມ່ນບັນດາການໜູນຊ່ວຍດ້ານການເງິນ ໃຫ້ແກ່ຄູ່ຮ່ວມມືເລີ່ມທຸລະກິດ Startup ດ້ວຍ ສອງໂຄງການທີ່ໄດ້ປະຕິບັດໃຫ້ແກ່ຫວຽດນາມ ນັ້ນແມ່ນ ໂຄງການຄູ່ຮ່ວມມືການເງິນປະສົມສໍາລັບນໍ້າ ແລະ ໂຄງການຕະຫຼາດວັດສະດຸທົ່ວໄປຂອງຫວຽດນາມ. ພວກຂ້າພະເຈົ້າມີຄວາມປາດຖະໜາຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ການຮ່ວມມືຢ່າງມີປະສິດທິຜົນໃນການສ້າງບັນດາໂຄງການຮ່ວມມືພາກລັດ - ເອກະຊົນ ທີ່ມີຄວາມສາມາດບົ່ມຊ້ອນໃນການເຕີບໂຕຂຽວ; ໜູນຊ່ວຍເວທີປາໄສ P4G ປະເທດຫວຽດນາມໃນການເຊື່ອມຈອດ, ປະສານງານ ແລະ ຊຸກຍູ້ ບັນດາການເຄື່ອນໄຫວຮ່ວມມືຢູ່ຫວຽດນາມຢ່າງແຮງໃນໄລຍະຈະມາເຖິງ”.
(ແຫຼ່ງຄັດຈາກ VOV)