• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ດ້ວຍຜົນສຳເລັດມະຫັດສະຈັນຂອງ ຍຸກສະໄໝ

      ຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ແມ່ນສັນຍານ ແລະ ຜົນສຳເລັດຂອງຍຸກສະໄໝ, ໃນນັ້ນ ຕ້ອງເວົ້າເຖິງບົດບາດຂອງປະເທດເຈົ້າພາບ ຫວຽດນາມ ດ້ວຍການຊຸກຍູ້ການຮ່ວມມືໃນກຸ່ມການຄ້າເສລີໃຫຍ່ທີ່ສຸດໃນໂລກ ໃນໄລຍະຜ່ານມາ.

ໜັງສືພິມ ປີຣາມິດ ຂອງ ເອຢິບ  ສະບັບອອກວັນທີ 23 ພະຈິກ (ພາບ: Ahram)
      ໃນບົດຂຽນ “ຫວຽດນາມ ນຳໜ້າກຸ່ມການຄ້າເສລີໃຫຍ່ທີ່ສຸດ” ໃນໜັງສືພິມ ປີຣາມິດ ຂອງ ເອຢິບ ສະບັບອອກໃນວັນທີ 23 ພະຈິກ, ນັກຄົ້ນຄວ້າ ອາຊີ  Kamal Gaballa  ຖືວ່າ: ຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ແມ່ນສັນຍານ ແລະ ຜົນສຳເລັດຂອງຍຸກສະໄໝ, ໃນນັ້ນ ຕ້ອງເວົ້າເຖິງບົດບາດຂອງປະເທດເຈົ້າພາບ ຫວຽດນາມ ດ້ວຍການຊຸກຍູ້ການຮ່ວມມືໃນກຸ່ມການຄ້າເສລີໃຫຍ່ທີ່ສຸດໃນໂລກ ໃນໄລຍະຜ່ານມາ. ພາຍຫຼັງການເຈລະຈາມາເປັນເວລາ 30 ຮອບ ໃນໄລຍະເວລາ 8 ປີ, ການນຳຂອງ 15 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ໄດ້ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ ແລະ ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ວິສາຫະກິດຂອງບັນດາປະເທດສະມາຊິກ. ສຳລັບ ຫວຽດນາມ, ສັນຍາສະບັບດັ່ງກ່າວ ຈະຊຸກຍູ້ການສ້າງປະຊາຄົມ ເສດຖະກິດ ອາຊຽນ ແລະ ອະນຸຍາດໃຫ້ບັນດາສະມາຊິກກາຍເປັນບັນດາຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ, ເຂັ້ມແຂງໃນການຊຸກຍູ້ການຮ່ວມມືເພື່ອວັດທະນາຖາວອນລວມ. ສັນຍາສະບັບດັ່ງກ່າວ ກໍຊີ້ໃຫ້ເຫັນຢ່າງເດັ່ນຊັດກ່ຽວກັບຄຳໝັ້ນສັນຍາຢ່າງແຮງ ແລະ ຢຶດໝັ້ນຊຸກຍູ້ການຫັນເສດຖະກິດເປັນເສລີ ແລະ ເຊື່ອມໂຍງລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top