• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຄວ້າໄດ້ຂັນໃນງານແຂ່ງຂັນເຕັກໂນໂລຢີຂໍ້ມູນຂ່າວສານ ອາຊີ - ປາຊີຟິກ ປີ 2019

ຕອນຄໍ່າວັນທີ 22 ທັນວາ, ພິທີປະກາດ ແລະ ມອບລາງວັນເຕັກໂນໂລຢີຂໍ້ມູນຂ່າວສານ ອາຊີີ - ປາຊີຟິກ APICTA 2019 ໄດ້ດໍາເນີນຢູ່ນະຄອນຮະລອງ, ແຂວງກວ໋າງນິງ.
 
ບັນດາຫົວໜ່່ວຍຕາງໜ້າຂອງຫວຽດນາມ ຍາດໄດ້ 1 ຂັນ ແລະ ໃບຍ້ອງຍໍ 8 ໃບ (ພາບ: chinhphu.vn)

ໃນ 25 ລາຍການ, ຄືຜູ້ບໍລິໂພກ, ການບໍລິການວົງຄະນະຍາດ, ເຕັກໂນໂລຢີ, ການບໍລິການດໍາເນີນທຸລະກິດ... ຄະນະຈັດຕັ້ງໄດ້ມອບຂັນ Winner 24 ຂັນໃຫ້ບັນດາຜະລິດຕະພັນ ແລະ ມາດຕະການທີ່ຍາດໄດ້ໄຊຊະນະ ແລະ ໃບຍ້ອງຍໍ Merit 74 ໃບ. ບັນດາຫົວໜ່່ວຍຕາງໜ້າຂອງຫວຽດນາມ ຍາດໄດ້ 1 ຂັນ ແລະ ໃບຍ້ອງຍໍ 8 ໃບ, ເຊິ່ງຖືກຈັດຢູ່ອັນດັບທີ 7 ໃນຕາຕະລາງຈັດອັນດັບ. ທ່ານນາງ ດິງທິຖຸ໋ຍ, ຕາງໜ້າຫົວໜ່ວຍໄດ້ຮັບໃບຍ້ອງຍໍ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ເມື່ອຜະລິດຕະພັນຂອງຕົນຄວ້າໄດ້ລາງວັນ, ອັນໄດ້ປະກອບສ່ວນຢັ້ງຢືນໃຫ້ເຫັນວ່າ ວິສາຫະກິດຫວຽດນາມ ກໍ່ມີຄວາມສາມາດເຂົ້າຮ່ວມກັບບັນດາເວທີສາກົນໄດ້ຢ່າງສິ້ນເຊີງ, ສະໜອງບັນດາຜະລິດຕະພັນທີ່ເປັນປະໂຫຍດຢ່າງແທ້ຈິງ ບໍ່ພຽງແຕ່ໃຫ້ວິສາຫະກິດຫວຽດນາມ ເທົ່ານັ້ນ ແຕ່ຍັງສະໜອງໃຫ້ໂລກ ອີກດ້ວຍ. ນີ້ກໍແມ່ນໂອກາດທີ່ດີເພື່ອພົບປະແລກປ່ຽນຖອດຖອນບົດຮຽນໃນທ່າອ່ຽງ Go Global, ມຸ່ງໄປເຖິງຕະຫຼາດສາກົນ.  

        ລາງວັນ APICTA ແມ່ນລາງວັນອັນສູງສົ່ງສໍາລັບບັນດາຜະລິດຕະພັນ, ການບໍລິການ, ມາດຕະການ ຊັອບແວກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານດີເລີດຢູ່ພາກພື້ນ ອາຊີ - ປາຊີຟິກ. ປີ 2019 ແມ່ນປີທໍາອິດທີ່ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງເຫດການສາກົນນີ້.

 
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top