• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໃຫ້ຄຳໝັ້ນສັນຍາແມ່ນປັດໃຈຕັ້ງໜ້າໃນການຮ່ວມມືພັດທະນາສາກົນ

ຫວຽດນາມ ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງງານວາງສະແດງຮ່ວມມືສາກົນ Exco 2019 ຂອງອີຕາລີ.


ຫວຽດນາມໃຫ້ຄຳໝັ້ນສັນຍາແມ່ນປັດໃຈຕັ້ງໜ້າໃນການຮ່ວມມືພັດທະນາສາກົນ

(ພາບ: TTXVN)


ພ້ອມທັງ, ໃຫ້ຄຳໝັ້ນສັນຍາຈະແມ່ນປັດໃຈຕັ້ງໜ້າໃນບັນດາຮູບແບບ, ເຄືອຂ່າຍການຮ່ວມມືພັດທະນາສາກົນ, ມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງໃນທົ່ວໂລກ (SDGs) ຕາມໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດ.

        ນີ້ແມ່ນຄຳກ່າວປາໄສຂອງທ່ານ ກາວແມ້ງເກື່ອງ, ຮອງຫົວໜ້າກົມເສດຖະກິດການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ພາຍຫຼັງບັນລະຍາຍໃນຂອບເຂດລາຍການເຄື່ອນໄຫວຂອງງານວາງສະແດງ Exco 2019, ເຊິ່ງດຳເນີນລະຫວ່າງວັນທີ 15 – 17 ພຶດສະພາ, ຢູ່ Rome. ໃນວາລະບັນລະຍາຍວັນທີ 17 ພຶດສະພາ, ຫວຽດນາມ ໄດ້ແນະນຳໃຫ້ບັນດາຜູ້ແທນສາກົນຮັບຮູ້ກ່ຽວກັບທ່າອ່ຽງຂອງການຮ່ວມມື, ພັດທະນາຢູ່ຫວຽດນາມ; ເນັ້ນໜັກເຖິງການຮ່ວມມື 2 ຝ່າຍລະຫວ່າງຫວຽດນາມ - ອີຕາລີ ໃນຂົງເຂດດັ່ງກ່າວ.

        ຕາມທ່ານ ກາວແມ້ງເກື່ອງ ແລ້ວ, ຜ່ານ Exco 2019, ບັນດາຄູ່ຄ້າໃນການຮ່ວມມືພັດທະນາໃຕ້-ໃຕ້ ມີໂອກາດໄດ້ເຊື່ອມຕໍ່, ແລກປ່ຽນບົດຮຽນ, ປັບປຸງເຄືອຂ່າຍການຮ່ວມມືພັດທະນາໃນເງື່ອນໄຂ, ສະພາບການ ແລະ ສິ່ງທ້າທາຍໃໝ່ທີມີລັກສະນະທົ່ວໂລກ.

 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top