• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເປັນປະທານກອງປະຊຸມກຸ່ມປະຕິບັດງານກ່ຽວກັບ ສານສາກົນ

      ທ່ານເອກອັກຄະລັດຖະທູດ ໄດ້ຢັ້ງຢືນວ່າ ຄຳໝັ້ນສັນຍາຂອງ ຫວຽດນາມໃນຕຳແໜ່ງເປັນປະທານກຸ່ມປະຕິບັດງານຈະໜູນຊ່ວຍ, ຊຸກຍູ້ການໂອ້ລົມສົນທະນາ ດ້ວຍຈິດໃຈຮ່ວມມືລະຫວ່າງກຸ່ມປະຕິບັດງານ ແລະ ປະທານ, ພະນັກງານໄອຍະການ ແລະ ພະນັກງານຈ່າສານ.

ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: TTXVN)
      ວັນທີ 11 ທັນວາ, ຢູ່ນິວຢອກ, ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ປະທານກຸ່ມປະຕິບັດງານ ບໍ່ເປັນທາງການຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ສານສາກົນ, ໄດ້ເປັນປະທານກອງປະຊຸມປະຈຳ 6 ເດືອນຂອງກຸ່ມປະຕິບັດງານ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຈິດໃຈການຮ່ວມມື, ສ້າງສັນຂອງ ບັນດາສະມາຊິກໃນບັນດາວຽກງານຂອງກຸ່ມປະຕິບັດງານໃນປີ 2019. ທ່ານເອກອັກຄະລັດຖະທູດ ໄດ້ຢັ້ງຢືນວ່າ ຄຳໝັ້ນສັນຍາຂອງ ຫວຽດນາມໃນຕຳແໜ່ງເປັນປະທານກຸ່ມປະຕິບັດງານຈະໜູນຊ່ວຍ, ຊຸກຍູ້ການໂອ້ລົມສົນທະນາ ດ້ວຍຈິດໃຈຮ່ວມມືລະຫວ່າງກຸ່ມປະຕິບັດງານ ແລະ ປະທານ, ພະນັກງານໄອຍະການ ແລະ ພະນັກງານຈ່າສານ.
            ກຸ່ມປະຕິບັດງານບໍ່ເປັນທາງການກ່ຽວກັບສານສາກົນ ແມ່ນອົງການ ໂດຍສະພາຄວາມໝັ້ນຄົງ ສປຊສ້າງຕັ້ງຂຶ້ນໃນປີ 2000.  ປັດຈຸບັນ, ຫວຽດນາມ ແມ່ນປະທານຂອງ 3 ອົງການສັງກັດ ລວມມີ: ກຸ່ມປະຕິບັດງານ, ຄະນະກຳມະການລົງໂທດກ່ຽວກັບຊູດັງໃຕ້ ແລະ ບີບັງ. ຕາມປົກກະຕິແລ້ວ, ອາຍຸການປະທານຂອງບັນດາອົງການສັງກັດຈະແກ່ຍາວເປັນເວລາ 2 ປີ ແລະ ໂດຍບັນດາກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ຮັບຜິດຊອບ.  
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top