• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຢູ່ລະຫວ່າງກາງໂຄງປະກອບເສດຖະກິດໃໝ່ຂອງ APEC

      ການເຕີບໂຕດ້ານເສດຖະກິດທີ່ປະທັບໃຈ, ສະຖຽນລະພາບດ້ານການເມືອງ, ບັນດາການເຄື່ອນໄຫວທາງການທູດ ແລະ ອິດທິພົນຊື່ສຽງນັບມື້ນັບເພີ່ມຂຶ້ນໃນເວທີສາກົນ ໄດ້ນຳຫວຽດນາມ ເຂົ້າໃນທີ່ຕັ້ງໃຈກາງໂຄງປະກອບເສດຖະກິດໃໝ່ຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC).

(ພາບປະກອບ: TTXVN)
      ນີ້ແມ່ນຂໍ້ສັງເກດຂອງຜູ້ອຳນວຍການສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ, ສະຖາບັນຕາເວັນອອກໄກ ຂຶ້ນກັບສະພາມະຫາບັນດິດວິທະຍາສາດລັດເຊຍ, ທ່ານສາດສະດາຈານ, ປະລິນຍາເອກ Vladimir Mazyrin.
        ວັນທີ 08 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມສຳມະນາໂຕະມົນດ້ວຍຫົວຂໍ້ວ່າ “ເວທີປາໄສ APEC 2017 ຢູ່ຫວຽດນາມ: ບັນດາກາລະໂອກາດພັດທະນາພາກພື້ນ” ຢູ່ມົດສະກູ, ທ່ານສາດສະດາຈານ Mazyrin ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ໄດ້ຊີ້ໃຫ້ເຫັນປະສິດທິຜົນດ້ານເສດຖະກິດດີກວ່າເມື່ອທຽບໃສ່ໝາກຜົນຂອງບັນດາປະເທດອຸດສາຫະກຳທີ່ບັນລຸຜົນສຳເລັດທີ່ສຸດໃນເມື່ອກ່ອນ. ຕາມທ່ານສາດສະດາຈານ Mazyrin ແລ້ວ, ເລື່ອງຈັດຕັ້ງກອງປະຊຸມຂັ້ນສູງ APEC ປະສົບຜົນສຳເລັດຈະປັບປຸງອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນຕື່ມອີກ ແລະ ນີ້ກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມ ສືບຕໍ່ຮ່ວມມືກັບບັນດາຄູ່ຄ້າໃຫຍ່ທີ່ສຸດແມ່ນອາເມລິກາ ແລະ ຈີນ ກໍຄືກັບຍີ່ປຸ່ນ ຖ້າຫາກຫວຽດນາມ ເຂົ້າຮ່ວມຂໍ້ຕົກລົງແບບໃໝ່ຂອງສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຫຼື ສັນຍາຄູ່ຮ່ວມມືດ້ານເສດຖະກິດຮອບດ້ານພາກພື້ນ (RCEP).
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top