• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ທີ່ກັບມາຈາກຕ່າງປະເທດຕື່ມອີກ 04 ຄົນ

      ໄລ່ຮອດເວລາ 18 ໂມງຂອງວັນທີ 31 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທີ່ກັບມາຈາກຕ່າງປະເທດຕື່ມອີກ 04 ຄົນ, ເຊິ່ງລວມມີ ຊາວຫວຽດນາມ 01 ຄົນ ແລະ ຊາວອິນເດຍ 03 ຄົນ. 

ໄລ່ຮອດເວລາ 18 ໂມງຂອງວັນທີ 31 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1044 ຄົນ 
(ພາບ: ກະຊວງສາທາລະນະລັດ)
      ປັດຈຸບັນ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 1044 ຄົນ, ໃນນັ້ນ ມີ 707 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ຜູ້ເສຍຊີວິດ 34 ຄົນ.
 ໃນເຫດການທີ່ກ່ຽວຂ້ອງ, ໃນລະຫວ່າງວັນທີ 29 – 30 ສິງຫາ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ປະຈຳ ອາເມລິກາ, ບໍລິສັດການບິນຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງອາເມລິກາ ເພື່ອນຳສົ່ງພົນລະເມືອງຫວຽດນາມ 350 ຄົນ ກັບມາປະເທດ ຢ່າງປອດໄພ. ຜູ້ໂດຍສານໃນຖ້ຽວບິນມາຈາກບັນດາລັດຢູ່ອາເມລິກາ, ລວມມີ: ເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ອາຍຸສູງ, ຄົນເຈັບ        ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນເວິນໂດນ, ແຂວງກ໋ວາງນິງ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top