• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຊົມເຊີຍໝາກຜົນການພົບປະສຸດຍອດລະຫວ່າງສເກົາຫລີແລະສປປເກົາຫລີ

      ການພົບປະສຸດຍອດລະຫວ່າງ ການນຳ ສປປ ເກົາຫລີ ແລະ ສເກົາຫລີ ດຳເນີນຢູ່ ພຽງຢາງເມື່ອວັນທີ 19 ກັນຍາໄດ້ສິ້ນສຸດຢ່າງຈົບງາມ ໄດ້ເປີດບັນດາກາລະໂອກາດຮ່ວມມື ທີ່ບໍ່ເຄີຍມີມາກ່ອນລະຫວ່າງ ສອງພາກເກົາຫລີ.
      ເມື່ອແບ່ງປັນ ທັດສະນະຂອງຫວຽດນາມ ກ່ຽວກັບໝາກຜົນການພົບປະຄັ້ງນີ້, ທີ່ການປະຊຸມຂ່າວນັດສາມັນໃນວັນທີ 20 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
“ຫວຽດນາມ ຊົມເຊີຍໝາກຜົນການພົບປະຄັ້ງສຸດຍອດລະຫວ່າງສອງພາກເກົາຫລີ ແລະ ເລື່ອງສອງຝ່າຍລົງນາມໃນຖະແຫລງການຮ່ວມພຽງຢາງ, ສະຫນັບສະຫນູນບັນດາຝ່າຍກ່ຽວຂ້ອງຮັກສາການເຈລະຈາ, ພົບປະຂັ້ນສູງ, ມີການກະທຳທີ່ມີລັກສະນະສ້າງສັນ, ແທດຈິງ, ເພື່ອແນໃສ່ປະຕິບັດການປອດນິວເຄຼຍໃນແຫລມເກົາຫລີ, ຊຸກຍູ້ການເຈລະຈາ, ການຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.”
      ທີ່ການປະຊຸມຂ່າວ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງບັນດາການເຄື່ອນໄຫວບົນທະເລຂອງບັນດາກຳປັ່ນຮົບ ອັງກິດ ກໍຄື ຂອງຍີ່ປຸ່ນ ຢູ່ ເຂດທະເລຕາເວັນອອກໃນໄລຍະມໍ່ໆມານີ້, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໄດ້ຢືນຢັນທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕຢູ່ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ທ່ານນາງ ເລທິທູຮັ່ງ ພ້ອມທັງຮຽກຮ້ອງບັນດາປະເທດຈົ່ງເຄົາລົບ ແລະ ປະຕິບັດຕາມຂໍ້ກຳນົດຂອງກົດໝາຍສາກົນເມື່ອເຄື່ອນໄຫວຢູ່ເຂດທະເລ ກໍຄືຢູ່ມະຫາສະໝຸດ ເວົ້າລວມ.
 (ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ຈີນ ຢາກໃຫ້​ ຈີນ ແລະ ອາ​ເມ​ລິ​ກາ ນຳ​ການ​ພົວ​ພັນ​ອັນ​ໝັ້ນທ່ຽງທາງຍຸດ​ທະ​ສາດ​ກາຍ​ເປັນ​ການ​ກະ​ທຳ, ຮ່ວມ​ມື AI

ປະ​ທານ​ປະ​ເທດ ຈີນ ຢາກໃຫ້​ ຈີນ ແລະ ອາ​ເມ​ລິ​ກາ ນຳ​ການ​ພົວ​ພັນ​ອັນ​ໝັ້ນທ່ຽງທາງຍຸດ​ທະ​ສາດ​ກາຍ​ເປັນ​ການ​ກະ​ທຳ, ຮ່ວມ​ມື AI

ພິກັດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນອັນໝັ້ນທ່ຽງທາງຍຸດ​ທະ​ສາດມີ​ລັກ​ສະ​ນະ​ສ້າງ​ສັນ ລະ​ຫວ່າງ ຈີນ ແລະ ອາ​ເມ​ລິ​ກາ ໄດ້​ສ່ອງ​ແສງ​ໃຫ້ເຫັນການ​ພົວ​ພັນ​ສອງ​ຝ່າຍ​ໃນ​ຕົວ​ຈິງ ແລະ ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຄວາມຕັ້ງຫວັງ​ຕໍ່​ອະ​ນາ​ຄົດ.

Top