• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫງວຽນຮົ່ງດຶກ, ນັກສຶກສາພະແນກແພດສາດປະດິດສ້າງ ເຄື່ອງໃສ່ທໍ່ຊ່ວຍຫາຍໃຈປິ່ນປົວໂຄວິດ - 19

      -           ດ້ວຍຄວາມຊົມຊອບເຕັກໂນໂລຊີແລະມານະອົດທົນຊອກຮູ້ບັນດາສິ່ງທີ່ໃໝ່ອ່ຽມໃນຂົງເຂດແພດສາດ, ທ້າວຫງວຽນຮົ່ງດຶກນັກສຶກປີທີ 3 ພະແນກແພດສາດມະຫາວິທະຍາໄລບວນມາທວດໃນແຂວງດັກລັກໄດ້ປະດິດສ້າງເຄື່ອງໃສ່ທໍ່ຊ່ວຍຫາຍໃຈຕິດກາເມຣາຢ່າງສຳເລັດຜົນ. ນີ້ແມ່ນເຄື່ອງໃສ່ທໍ່ຊ່ວຍຫາຍໃຈໃຫ້ແກ່ຄົນເຈັບຕິດໂຄວິດ - 19 ຢ່າງໄວແລະຊັດເຈນທີ່ສຸດ.ພິເສດເຄື່ອງມືນີ້ໄດ້ປະກອບສ່ວນຊ່ວຍໜູນແລະ ຈຳກັດການຕິດແປດສຳລັບທ່ານໝໍໃນເວລາປິ່ນປົວສຸກເສີນໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ຢ່າງມີປະສິດທິຜົນ.
 
ຫງວຽນຮົ່ງດຶກ ນັກສຶກສາພະແນກແພດສາດ ປະດິດສ້າງເຄື່ອງໃສ່ທໍ່ຊ່ວຍຫາຍໃຈປິ່ນປົວໂຄວິດ - 19
      ຂະແໜງປິ່ນປົວສຸກເສີນໂຮງໝໍປິ່ນປົວໂຄວິດ - 19 ຈືງເວືອງ ນະຄອນໂຮ່ຈີມິນແມ່ນຫົວໜ່ວຍພວມນຳໃຊ້ເຄື່ອງໃສ່ທໍ່ຊ່ວຍຫາຍໃຈໂດຍຫງວຽນຮົ່ງດຶກຜະລິດ. ປອ. ທ່ານໝໍ ຟ້າມງອກຮຸຍຕ໊ວນ ຫົວໜ້າຂະແໜງໃຫ້ຮູ້ວ່າເຄື່ອງມືຊຸດນີ້ ກໍ່ມີກາເມຣາແລະໜ້າຈໍສາມາດນຳໃຊ້ແລະປະກອບຢ່າງງ່າຍດາຍນັ້ນກໍ່ມີບັນດາຈຸດດີຫຼາຍກວ່າເມື່ອທຽບໃສ່ຜະລິດຕະພັນປະເພດດຽວ. ທ່ານໝໍຟ້າມງອກຮຸຍຕ໊ວນໃຫ້ຮູ້ວ່າ:
     “ກາເມຣານີ້ກໍ່ມີລັກສະນະພິເສດກວ່າຍ້ອນສາມາດດັດປັບໄລຍະຂອງສາຍຕານັ້ນກໍ່ມີຄວາມສະດວກທີ່ສຸດຊ່ວຍໃຫ້ແພດໝໍສາມາດເຫັນຢູ່ທາງໃນຢ່າງງ່າຍດາຍກວ່າເພື່ອນຳທໍ່ເຂົ້າຫຼອດລົມ. ພິເສດໃນເວລາປິ່ນປົວສຸກເສີນໃຫ້ຄົນເຈັບຕິດໂຄວິດ - 19, ກາເມຣານີ້ໄດ້ຊ່ວຍໃຫ້ເຮົາຢືນຢູ່ໄກກໍ່ສາມາດວາງທໍ່ຊ່ວຍຫາຍໃຈໄດ້ສະດວກສະບາຍແລະ ທ່ານໝໍບໍ່ຕ້ອງສຳພັດໃກ້ກັບຄົນເຈັບ”.
     ຫງວຽນຮົ່ງດຶກແບ່ງປັນວ່າລາວໄດ້ເລີ່ມມີແນວຄວາມຄິດປະດິດສ້າງເຄື່ອງໃສ່ທໍ່ຊ່ວຍຫາຍໃຈຕິດກາເມຣາມາແຕ່ປີ 2018.ຜ່ານການທົດລອງແລະດັດແປງມາຫຼາຍຄັ້ງ ຮອດຕົ້ນປີ 2021 ຈຶ່ງມີຜະລິດຕະພັນຊຸດໜຶ່ງສົມບູນແບບແລະໄດ້ຖືກວາງຂາຍໃນທ້ອງຕະຫຼາດ. ນີ້ແມ່ນເຄື່ອງຊ່ວຍທ່ານໝໍວາງທໍ່ຊ່ວຍຫາຍໃຈໃນຫຼອດລົມຂອງຄົນເຈັບໃນກໍລະນີປປິ່ນປົວສຸກເສີນສຳລັບຄົນເຈັບເກີດອາການຫາຍໃຈຊຸດໂຊມຫຼືສະຫຼົບ, ເສຍສະຕິ. ເຄື່ອງຊຸດນີ້ ບໍ່ພຽງແຕ່ແກ້ໄຂບາງຈຸດອ່ອນເມື່ອທຽບໃສ່ອຸປະກອບທີ່ເຄີຍນຳໃຊ້ມາແລ້ວ, ພ້ອມນັ້ນລາຄາຜະລິດຕະພັນພຽງປະມານ 5.000.000 ດົ່ງຖືກກວ່າທົບ 20 ເທົ່າເຄື່ອງທີ່ນຳເຂົ້າຈາກເຢຍລະມັນຫຼືອາເມລິກາ. ຫງວຽນຮົ່ງດຶກແບ່ງປັນອີກວ່າ:
     “ຈາກການລົງໄປຝຶກຫັດຢູ່ໂຮງໝໍຫຼາຍຄັ້ງ, ຂ້າພະເຈົ້າເຫັນມີຫຼາຍກໍລະນີທີ່ບັນດາແພດໝໍປະສົບກັບຄວາມຫຍຸ້ງຍາກເມື່ອໃສ່ທໍ່ຊ່ວຍຫາຍໃຈແກ່ຄົນເຈັບ. ກະໂຕນ້ອງເອງກໍ່ແມ່ນຜູ້ຊົມຊອບເຕັກໂນໂລຊີແລະໄດ້ຊ້ອກຮູ້ກ່ຽວກັບອຸປະກອນການແພດບາງຢ່າງແລະໄດ້ເຫັນວ່າມີເຄື່ອງຊ່ວຍໜູນການວາງທໍ່ຊ່ວຍຫາຍໃຈຕິດກາເມຣາໄດ້ປະຕິບັດຢ່າງວ່ອງໄວແລະຊັດເຈນກວ່າແຕ່ເຄື່ອງອຸປະກອນເຫຼົ່ານີ້ເມື່ອນຳເຂົ້າຫວຽດນາມກໍ່ມີລາຄາສູງທີ່ສຸດ”.
     ປອ.ນາງໝໍ ເຈິ່ນທິແທັງ ຫົວໜ້າຂະແໜງແພດສາດມະຫາວິທະຍາໄລບວນມາທວດໃຫ້ຮູ້ວ່າເມື່ອໄດ້ຍິນຫງວຽນຮົ່ງດຶກສະແດງແນວຄວາມຄິດປະດິດສ້າງຜະລິດຕະພັນ, ບັນດາຄູອາຈານໃນພະແນກກໍ່ລ້ວນແຕ່ມີຄວາມສົນໃຈແລະຊ່ວຍໜູນເພື່ອໃຫ້ ດຶກມີເງື່ອນໄຂທົດລອງແລະປະຕິບັດຂັ້ນຕອນເຕັກນິກແລະຢັ້ງຢືນຜະລິດຕະພັນໃຫ້ສຳເລັດ. ປອ. ນາງໝໍເຈິ່ນທິແທັງ ໃຫ້ຮູ້ວ່າ:
      “ຂ້າພະເຈົ້າໄດ້ປຶກສາກັບນັກລົງທຶນແລະຄະນະບໍດີຂອງໂຮງຮຽນ ຈະຍາມໃດກໍ່ຮ່ວມກັບນ້ອງບ່ອນໃດມີຄວາມຕ້ອງການກໍ່ຈະສືບຕໍ່ຜະລິດເຄື່ອງອຸປະກອນເຫຼົ່ານີ້ເພື່ອສະໜອງໃຫ້ແກ່ໂຮງໝໍເມື່ອມີຄວາມຕ້ອງການ. ເຂົາເຈົ້າສາມາດສັ່ງຊື້ຍ້ອນລາຄາຖືກ ເມື່ອທຽບໃສ່ເຄື່ອງອຸປະກອບເຊັ່ນດຽວກັນຂອງໂລກ”.
      ໃນໄລຍະຮ່ຳຮຽນຢູ່ຂະແໜງແພດສາດ, ດຶກໄດ້ຊອກຮູ້ ແລະປະດິດຄິດສ້າງບັນດາຮູບແບບຜ່າຕັດເພື່ອໃຫ້ນັກສຶກສາສາມາດເຮັດເອງແລະປະຕິບັດຢ່າງງ່າຍດາຍ.ຮູບແບບເຫຼົ່ານີ້ ໄດ້ຮັບການຕີລາຄາສູງແລະໄດ້ຮັບລາງວັນຈາກມະຫາວິທະຍາໄລບວນມາທວດ.ຫງວຽນຮົ່ງດຶກເວົ້າຕໍ່ໄປວ່າ:
     “ສິ່ງທີ່ຂ້າພະເຈົ້າເປັນຫວ່ງແມ່ນອຸປະກອບການແພດເກືອບທັງໝົດຈາກງ່າຍດາຍຕະຫຼອດຮອດສັບສົນຢູ່ ຫວຽດນາມກໍ່ລ້ວນແຕ່ນຳເຂົ້າຈາກຕ່າງປະເທດດ້ວຍລາຄາສູງທີ່ສຸດ, ໃນຂະນະທີ່ລະດັບວິທະຍາສາດຂອງຊາວໜຸ່ມຫວຽດນາມແມ່ນສາມາດປະຕິບັດໄດ້. ກະຊວງສາທາລະນະສຸກແລະບັນດານັກວິທະຍາສາດຄວນຮ່ວມກັນເພື່ອປຶກສາທິດທາງເພື່ອຜະລິດອອກບັນດາຜະລິດຕະພັນຂອງຫວຽດນາມ ທີ່ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ຊາວຫວຽດນາມ”.
       ຜົນສຳເລັດຈາກບັນດາຜະລິດຕະພັນຂອງຫງວຽນຮົ່ງດຶກຈະຊ່ວຍໃຫ້ຄົນເຈັບຫຼາຍຄົນຢູ່ພາຍໃນປະເທດໄດ້ສຳຜັດກັບບັນດາຜະລິດຕະພັນການແພດທີ່ມີຄຸນນະພາບດ້ວຍລາຄາຕ່ຳກວ່າເມື່ອທຽບໃສ່ບັນດາຜະລິດຕະພັນທີ່ນຳເຂົ້າຈາກຕ່າງປະເທດ.
(ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top