• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຕັ້ງ 45 ທິມງານເຄື່ອນທີ່ໄວເພື່ອຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັດ ໂກໂຣນາ

      ຕອນບ່າຍວັນທີ 30 ມັງກອນ, ທ່ານຮອງສາດສະດາຈານ, ປະລິນຍາເອກ ເລືອງງອັກເຄ, ຫົວໜ້າກົມຄວບຄຸມ, ກວດ, ປິ່ນປົວພະຍາດ (ກະຊວງສາທາລະນະສຸກ ຫວຽດນາມ) ໃຫ້ຮູ້ວ່າ: 
           
      ໂດຍປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຕ້ານເຊື້ອຈຸລະໂລກສາຍພັນໃໝ່ໂດຍໄວຣັດ ໂກໂຣນາ ກໍ່ຂຶ້ນ, ກະຊວງສາທາລະນະສຸກ ໄດ້ສ້າງຕັ້ງ 45 ທິມງານເຄື່ອນທີ່ໄວເພືື່ອຕ້ານເຊື້ອຈຸລະໂລກສາຍພັນໃໝ່ດັ່ງກ່າວ.
        ບັນດາທິມງານມີໜ້າທີ່ປະຈຳການ ກຽມພ້ອມມີການເຄື່ອນໄຫວຢ່າງວ່ອງໄວ, ໜູນຊ່ວຍດ້ານວິຊາສະເພາະໃຫ້ແກ່ບັນດາໂຮງໝໍປິ່ນປົວ, ເບິ່ງແຍງດູແລ ແລະ ຄວບຄຸມການຕິດເຊື້ອຈຸລະໂລກດັ່ງກ່າວຢູ່ບັນດາຮາກຖານກວດ, ປິ່ນປົວພະຍາດ ເມື່ອມີຄວາມຮຽກຮ້ອງຕ້ອງການ, ປະຕິບັດຕາມຄຳສັ່ງຂອງກະຊວງສາທາລະນະສຸກ ແລະ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອຈຸລະໂລກສາຍພັນໃໝ່ nCoV.
 (ແຫຼ່ງຄັດຈາກ VOV)
 

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຂ​ອງ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ໄດ້​ຢ່າງ​ຕັ້ງ​ໜ້າ ຍ້ອນ​ມີ​ການ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ ພ້ອມ​ດ້ວຍ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງ​ຄົບ​ຊຸດ.

Top