• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູນກາງຄະນະຊາວໜຸ່ມ ຫວຽດນາມ ແລະ ລາວ ຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນໂລກລະບາດ Covid-19

      ຕອນບ່າຍວັນທີ 30 ມີນາ, ທີ່ດ່ານຊາຍແດນສາກົນ ລາວບາວ (ແຂວງ ກວາງຈີ້) ແລະ ດ່ານຊາຍແດນ ແດນສະຫວັນ (ແຂວງ ສະຫວັນນະເຂດ), ຄະນະປະຕິບັດງານຂອງຄະນະຊາວໜຸ່ມແຂວງ ກວາງຈີ້ ໄດ້ຮັບການມອບສິດຈາກຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ.
 
        ໂດຍລະອຽດ, ຄະນະໄດ້ມອບສົ່ງເຄື່ອງສີດຢາຂ້າເຊື້ອ 50 ອັນ, ເຄື່ອງວັດແທກຄວາມຮ້ອນ 10 ຊຸດ, ຜ້າອັດປາກ-ອັດດັງ 25.000 ອັນ, ນ້ຳຢາລ້າງມືຂ້າເຊື້ອ 750 ລິດ, ໝີ່ສຳເລັດຮູບ 500 ກັບ ແລະ ສິ່ງຂອງຈຳເປັນຮັບໃຊ້ຊີວິດປະຈຳວັນອື່ນໆ ດ້ວຍຍອດມູນຄ່າກ່ວາ 400 ລ້ານດົ່ງ.
        ຂອງຕ້ອນດັ່ງກ່າວ ເພື່ອສະແດງໃຫ້ເຫັນຄວາມປາດຖະໜາຢາກແບ່ງປັນ, ຮຽງບ່າຮຽງໄຫຼ່ກັບສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ໃນການຕໍ່ສູ້ຕ້ານ Covid-19 ເພື່ອໃຫ້ 2 ປະເທດສ້າງສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ, ເສີມຂະຫຍາຍການພົວພັນແບບພິເສດລະຫວ່າງປະຊາຊົນ ແລະ ຊາວໜຸ່ມ 2 ປະເທດ.
 (ແຫຼ່ງຄັດຈາກ VOV)
 

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top