• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມ​ໃສ່​ຜັນ​ຂະ​ຫຍາຍ​ແຜນ​ການ​ສັງ​ລວມ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ທະ​ເລ​ຫວຽດ​ນາມ

ສຸມໃສ່ປະຕິບັດແຜນການ, ໂຄງການ, ແຜນຮ່າງ, ລາຍການ, ໜ້າທີ່ໄດ້ມອບໝາຍຢ່າງມີປະສິດທິຜົນ; ກະກຽມແຜນການສັງລວມການປະຕິບັດມະຕິຂອງລັດຖະບານເປັນຢ່າງດີ ເພື່ອປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045…

ສະພາບກອງປະຊຸມ (ພາບຈາກກະຊວງຊັບພະຍາກອນ ແລະ ສິ່ງແວດລອ້ມ)

ນີ້ແມ່ນບັນດາໜ້າທີ່ຕົ້ນຕໍ ໂດຍກົມໃຫ່ຍທະເລ ແລະ ໝູ່ເກາະຫວຽດນາມ ໄດ້ວາງອອກທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2020 ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ.

   ຕາມນັ້ນແລ້ວ, ກົມໃຫ່ຍທະເລ ແລະ ໝູ່ເກາະຫວຽດນາມ ສືບຕໍ່ສ້າງແຜນການສັງລວມຜັນຂະຫຍາຍການປະຕິບັດໂຄງການຈຸດສຸມສຳຫຼວດຊັບພະຍາກອນທຳມະຊາດ, ສິ່ງແວດ ລ້ອມທະເລ ແລະ ໝູ່ເກາະໂດຍພື້ນຖານ; ບັນດາຂໍ້ກຳນົດດ້ານການເງິນ, ຂໍ້ກຳນົດດ້ານເຕັກນິກສຳລັບບັນດາໜ້າທີ່, ໂຄງການທີ່ຂຶ້ນກັບໂຄງການຈຸດສຸມ; ສືບຕໍ່ຄົ້ນຄ້ວາ, ສະເໜີບັນດາມາດຕະການສ້າງພື້ນຖານຂໍ້ມູນສຳຫຼວດທະເລ, ໝູ່ເກາະໂດຍພື້ນຖານໃຫ້ສຳເລັດ ເພື່ອຍົກສູງປະສິດທິຜົນວຽກງານຄຸ້ມຄອງລັດ, ຮັບປະກັນການຫັນເປັນດີຈີຕອນ, ສະສົມ ແລະ ແບ່ງປັນກັບບັນດາທ້ອງຖິ່ນແຄມທະເລ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນ

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນ

ທີ່​ການ​ຕ້ອນ​ຮັບ ທ່ານ Grandhi Mallikarjuna Rao ປະ​ທານ​ກຸ່ມ​ບໍ​ລິ​ສັດ GMR ແລະ ການ​ນຳ​ຂັ້ນ​ສູງ​ຈຳ​ນວນ​ນຶ່ງ​ຂອງ​ກຸ່ມ​ບໍ​ລິ​ສັດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ເລື່ອງ ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ

Top