• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົ​ນ​ສາ​ກົນ​ລົງ​ຂ່າວ​ຢ່າງເຂັ້ມ​ຂຸ້ນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ວັນທີ 25 ມັງກອນໜັງສືພິມ Junge Welt ຂອງເຢຍລະມັນ ລົງຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ເລີ່ມຕົ້ນການເຮັດວຽກທີ່ແກ່ຍາວເປັນເວລາ ວັນ ເພື່ອແນໃສ່ວາງອອກບັນດານະໂຍບາຍໃນອະນາຄົດ ແລະ ຈຸດສຸມຂອງກອງປະຊຸມໃຫຍ່ຈະແມ່ນປ່ຽນແປ່ງໃໝ່ ແລະ ຍົກອອກເປົ້າໝາຍພັດທະນາປະເທດຫວຽດນາມ.

ບັນດາຜູ້ແທນລົງປະຊາມະຕິຮັບຮອງເອົາວາລະຈັດກຽມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
(ພາບ: TTXVN)

ໜັງສືພິມ Neues Deutschland ສະບັບອອກໃນວັນທີ 24 ມັງກອນໄດ້ລົງຂ່າວກອງປະຊຸມໃຫຍ່ຄັ້ງທີ 13 ຖືກດຳເນີນໃນສະພາບການທີ່ຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີດ້ວຍບັນດາມາດຕະການປ້ອງກັນສະກັດກັ້ນຢ່າງເຂັ້ມງວດຫວຽດນາມໄດ້ຄວບຄຸມຈຳນວນກໍລະນີຕິດເຊື້ອໃນປີ 2020 ແລະ ໄລ່ຮອດວັນທີ 24 ມັງກອນ ຫວຽດນາມ ມີຜູ້ເສຍຊີວິດພຽງ 35 ຄົນເທົ່ານັ້ນ. ເພາະສະນັ້ນພື້ນຖານເສດຖະກິດ ພຽງແຕ່ຖືກຜົນກະທົບເບົາໆ ແລະ ຫວຽດນາມ ມີການເຕີບໂຕບັນລຸລະດັບ 2,9%ໃນປີ 2020. ໜັງສືພິມ SZ ສະບັບອອກໃນວັນທີ 24 ມັງກອນ ກໍ່ໄດ້ລົງບົດຂຽນກ່ຽວກັບ ເລື່ອງພັກກອມມູນິດ ຫວຽດນາມ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ໃນຂະນະທີ່ຫວຽດນາມ ນອນໃນຈຳນວນໜ້ອຍປະເທດທີ່ມີການເຕີບໂຕເປັນບວກ ໃນປີ 2020 ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19.

        ສຳນັກຂ່າວສານ Reuters ໄດ້ລົງຂ່າວວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈດຳເນີນໃນຮອບເວລາ ວັນດ້ວຍ ເນື້ອໃນຕົ້ນຕໍແມ່ນວາງ ນະໂຍບາຍ ໄລຍະ5 ປີຈະມາເຖິງ ແລະ ຄັດເລືອກເອົາຄະນະການນຳຊຸດໃໝ່.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top