• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມແລະອາເມລິກາ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະຢ້ຽມຢາມອາເມລິກາຢ່າງເປັນທາງການ ແຕ່ວັນທີ 29-31 ພຶດສະພາປີ 2017 ຕາມຄຳເຊີນຂອງປະທານາທິບໍດີ ອາເມລິກາ Donald Trump. 
ທ່ານ Walter Lohman  ຜູ້ອຳນວຍການສູນຄົ້ນຄ້ວາ ອາຊີ ຂຶ້ນກັບ ກອງທຶນມໍລະດົກ (Heritage Foudation)
      ນີ້ແມ່ນການຢ້ຽມຢາມ ອາເມລິກາ ເປັນຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະເປັນນາຍົກລັດຖະມົນຕີ. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງຫວຽດນາມ, ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫລາຍຮູບຫລາຍແບບ, ຫລາຍຝ່າຍ, ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍບັນດາໝາກຜົນບັນລຸໄດ້ ແລະ ຊຸກຍູການພົວພັນຮ່ວມມື ຫວຽດນາມ ແລະ ອາເມລິກາ ກວ່າອີກ.
        ບັນດາຜູ້ຊ່ຽວຊານ ອາເມລິກາ ໄດ້ໃຫ້ຂໍ້ສັງເກດວ່າ: ການຢ້ຽມຢາມນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍສຳຜັດກັບບັນດານະໂຍບາຍ, ຄວາມຕ້ອງການ ແລະ ຄວາມເອົາໃຈໃສ່ເຊິ່ງກັນແລະກັນ ກໍຄືສ້າງແຜນໃຫ້ບັນດາການເຄື່ອນໄຫວຮ່ວມມືໃນອະນາຄົດ. ທ່ານ Walter Lohman  ຜູ້ອຳນວຍການສູນຄົ້ນຄ້ວາ ອາຊີ ຂຶ້ນກັບ ກອງທຶນມໍລະດົກ (Heritage Foudation) ໃຫ້ຮູ້ວ່າ:
        “ຂ້າພະເຈົ້າຄິດວ່າ ນີ້ແມ່ນຈຸດເວລາສຳຄັນສຳລັບການພົວພັນ ຫວຽດນາມ - ອາເມລິກາ ຂະນະທີ່ການຢ້ຽມຢາມອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ດຳເນີນໃນສະພາບປະເທດ ອາເມລິກາ ມີປະທານາທິບໍດີຄົນໃຫມ່. ສອງຝ່າຍ ພວມພະຍາຍາມຊອກຮູ້ຄວາມສົນໃຈຂອງແຕ່ລະປະເທດ. ສິ່ງສຳຄັນຫນຶ່ງອີກ ນັ້ນແມ່ນພວກຂ້າພະເຈົ້າໄດ້ຕ້ອນຮັບການນຳອາຊີຕາເວັນອອກສ່ຽງໃຕ້ ຜູ້ທຳອິດ ມາຢ້ຽມຢາມ ອາເມລິກາ ພາຍໃຕ້ອຳນາດການປົກຄອງໃຫມ່.”
      ບັນດາຜູ້ຊ່ຽວຊານອາເມລິກາ ມີຄວາມເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາຢ່າງແຮງໃນຊຸມປີຈະມາເຖິງ ແລະ ນັບແຕ່ນີ້ຮອດທ້າຍປີ ເມື່ອປະທານາທິບໍດີ ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ຢູ່ ຫວຽດນາມ, ສອງປະເທດຈະບັນລຸໄດ້ບັນດາບັນຫາລະອຽດໃນການພົວພັນ ແລະ ຮ່ວມມືສອງຝ່າຍ. 
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top