• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາມັກຄີກັນຮ່ວມແຮງຮ່ວມໃຈເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ວັນທີ 29 ກໍລະກົດ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຫາກໍອອກຄຳຮຽກຮ້ອງພໍ່ແມ່ປະຊາຊົນ, ສະຫາຍ, ນັກຮົບທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊົນຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ດ້ວຍຈິດໃຈ “ຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ”, ຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງທົ່ວພັກ, ທົ່ວປວງຊົນ ເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນ, ສາມັກຄີແຫ່ງຊາດ, ອັນໄດ້ສ້າງເປັນກຳລັງແຮງ ແລະ ຄວາມເຊື່ອໝັ້ນ ເພື່ອໃຫ້ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19 ຢ່າງໝັ້ນຄົງ.
ພາບປະກອບ: Nhandan.vn
      ການຜັນແປຢ່າງສັບສົນຂອງ ໂລກລະບາດໂຄວິດ - 19 ໄດ້ ແລະ ພວມກໍ່ຜົນກະທົບຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ ກໍ່ຄື ການພັດທະນາເສດຖະກິດ - ສັງຄົມຂອງ ປະເທດຊາດຢ່າງເລິກເຊິ່ງກວ້າງຂວາງ, ຮຽກຮອ້ງໃຫ້ທົ່ວລະບົບການເມືອງ ແລະ ປະຊາຊົນສຸມທຸກແຫຼ່ງກຳລັງ, ຮ່ວມແຮງຮ່ວມໃຈຍຸ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ. ທ່ານເລຂາທິການໃຫຍ່ມີຄຳຮຽກຮ້ອງວ່າ: ດ້ວຍຈິດໃຈ “ຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ”, ການຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນແມ່ນເໜືອກ່ວາສິ່ງໃດໝົດ, ກ່ອນອື່ນໝົດ, ໂດຍຕາງໜ້າການນຳພັກ ແລະ ລັດ, ຂ້າພະເຈົ້າຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ພໍ່ແມ່ປະຊາຊົນເຮົາຢູ່ຕ່າງປະເທດ: ພວກເຮົາໄດ້ພະຍາຍາມແລ້ວກໍ່ຍິ່ງພະຍາຍາມກ່ວາອີກ, ໄດ້ສາມັກຄີກັນ ແລ້ວກໍ່ຍິ່ງສາມັກຄີກັນກ່ວາອີກ, ໄດ້ຕັດສິນໃຈຢ່າງສູງ ແລ້ວກໍ່ຍິ່ງຕັດສິນໃຈຢ່າງສູງກ່ວາອີກ, ປະຊາຊົນໝົດທຸກຄົນ ສາມັກຄີກັນເປັນຈິດໜຶ່ງໃຈດຽ, ຮ່ວມແຮງຮ່ວມໃຈກັບພັກ, ລັດຖະບານ, ທຸກຂັ້ນ, ທຸກຂະແໜງການ, ຊອກຫາທຸກວິທີການແກ້ໄຂ, ສະກັດກັ້ນ, ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ບໍ່ປະໃຫ້ໂລກລະບາດແຜ່ລະບາດໃນວົງກ້ວາງ, ລະເບີດໃນຊຸມຊົນ.
        ບໍ່ພຽງແຕ່ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງກັບປະຊາຊົນເທົ່ານັ້ນ, ຄຳຮຽກຮ້ອງຂອງ ທ່ານເລຂາທິການໃຫຍ່ ຍັງສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາ, ຄວາມຕັດສິນໃຈຢ່າງສູງກ່ວາ ໃນການຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປຂອງຜູ້ນຳລະບົບການເມືອງ. ຄຳຮຽກຮ້ອງໄດ້ກຳນົດຢ່າງຈະແຈ້ງວ່າ “ຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ” ເຊິ່ງສະແດງໃຫ້ເຫັນການຮ່ວມແຮງຮ່ວມໃຈ, ຄວາມເປັນເອກະພາບຂອງທົ່ວລະບົບ, ການປ້ອງກັນ, ສະກັດກັ້ນຢ່າງຂ້ຽວຂາດເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ເອົາຊະນະຕໍ່ໂລກລະບາດໂຄວິດ - 19. ເຄົາລົບ ແລະ ຕີລາຄາສູງຄຳຮຽກຮ້ອງຂອງ ທ່ານເລຂາທິການໃຫຍ່ ໃນການລະດົມແຫຼ່ງກຳລັງ ຂອງປະຊາຊົທຸກຊັ້ນວັນນະ, ຂອງທົ່ວລະບົບການເມືອງ ເພື່ອເປົ້າໝາຍອັນໜຶ່ງດຽວແມ່ນຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ທ່ານ ເລແທັງເວິນ ອະດີດສະມາຊິກສະພາແຫ່ງຊາດຖືວ່າ:
            ໃນຄັ້ງນີ້, ທ່ານເລຂາທິການໃຫຍ່ໄດ້ອອກຄຳຮຽກຮ້ອງຢູ່ໃນລະດັບສູງກ່ວາ “ການຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ”, ເຊິ່ງສະແດງໃຫ້ເຫັນເຈດຈຳນົງຕັດສິນໃຈຢ່າງສູງຂອງ ຜູ້ນຳ ລະບົບການເມືອງ, ພ້ອມກັບທົ່ວພັກ, ທົ່ວປວງຊົນ ຈະຮັບມືດ້ວຍຄວາມຕັດສິນໃຈຢ່າງສູງ, ດ້ວຍເຈດຈຳນົງອັນໃຫຍ່ຫຼວງເພື່ອເອົາຊະນະຕໍ່ໂລກລະບາດ. ແລະ ສົ່ງເສີມປະຊາຊົນທຸກຊັ້ນວັນນະ, ແບ່ງປັນຄວາມຫຍຸ້ງຍາກ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍນີ້. ຄຳຮຽກຮ້ອງຂອງ ທ່ານເລຂາທິການໃຫຍ່ ຄືດັ່ງຄຳຮຽກຮ້ອງມີລັກສະນະເຊື້ອຊາດຂອງຊາວຫວຽດນາມໝົດທຸກຄົນ, ບໍ່ພຽງແຕ່ພາຍໃຈປະເທດເທົ່ານັ້ນ ຫາກຍັງນັບທັງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອເນັ້ນໜັກເຖິງນ້ຳໃຈຊົນຊາດຂອງ ຊາວ ຫວຽດນາມ ອີກດ້ວຍ
            ໂດຍຕອບສະໜອງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ຊຸມວັນຜ່ານມາ, ມີຫຼາຍອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ເສີມຂະຫຍາຍມູນເຊື້ອສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ “ເຮົາເພື່ອທຸກຄົນ, ທຸກຄົນເພື່ອເຮົາ”, ຮັກແພງມະນຸດຄືດັ່ງຮັກແພງຕົນເອງ”, ເຂົ້າຮ່ວມພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນທົ່ວປະເທດ ຫວຽດນາມ ຢ່າງຕັ້ງໜ້າດ້ວຍທຸກວິທີ. ທ່ານນາງ ດິ່ງຕວຽດຍຸງ, ປະທານສະຫະພັນສະຫະກອນກະສິກຳການຢາ ແຂວງ ບັກກ້ານ ໃຫ້ຮູ້ວ່າ:
            ຄຳຮຽກຮ້ອງທົ່ວປະເທດ, ທົ່ວປວງຊົນ ຕ້ານໂລກລະບາດໂຄວິດ - 19 ຂອງທ່ານເລຂາທິການໃຫຍ່ ແມ່ນມີຄວາມໝາຍທີ່ສຸດ. ສະຫະກອນພວກຂ້າພະເຈົ້າໄດ້ ແລະ ພວມຮ່ວມແຮງຮ່ວມໃຈສະໜັບສະໜູນພໍ່ແມ່ປະຊາຊົນທາງພາກໃຕ້, ພໍ່ແມ່ປະຊາຊົນຢູ່ຫັ້ນ ພວມມີຄວາມຕ້ອງການກ່ຽວກັບເຄື່ອງຂອງທີ່ຈຳເປັນ. ດັ່ງນັ້ນ, ພວກຂ້າພະເຈົ້າໄດ້ສະໜັບສະໜູນກ່ຽວກັບວັດຖຸ ແລະ ຈິດໃຈ, ມີບັນດານະໂຍບາຍຂາຍບັນດາຜະລິດຕະພັນກະເສດ ດ້ວຍລາຄາບຸລິມະສິດສຳລັບ ພໍ່ແມ່ປະຊາຊົນຢູ່ເຂດ ເກີດໂລກລະບາດໂຄວິດ - 19.
            ຄວາມຮັກແພງຊ່ວຍເຫຼືອກັນ, ຄວາມສາມັກຄີ, ການແບ່ງປັນຂອງປະຊາຊົນທົ່ວປະເທດ ຕໍ່ພໍ່ແມ່ປະຊາຊົນຢູ່ເຂດເກີດໂລກລະບາດໂຄວິດ - 19, ຜູ້ບໍລິຈານປະກອບເງິນ, ເຄື່ອງຂອງທີ່ຈຳເປັນ, ຜູ້ປະກອບເຫື່ອແຮງ, ຜູ້ສະໜອງຂອງກິນໂດຍບໍ່ເສຍຄ່າ, ຄວາມສາໝັກໃຈຂອງຖັນແຖວແພດໝໍທີ່ໄດ້ອອກພັກບຳນານແລ້ວ, ຂອງນັກສຶກສາບັນດາໂຮງຮຽນການແພດ, ບັນດາໂຮງຮຽນຕຳຫຼວດປະຊາຊົນ, ກອງທັບປະຊາຊົນສະໝັ້ກໃຈອອກແນວໜ້າເພື່ອປ້ອງກັນຕ້ານໂລກລະບາດໂຄວິດ - 19...ແມ່ນການຕອບສະໜອງອັນຊີວິດຊີວາ ແລະ ແທ້ຈິງທີ່ສຸດສຳລັບຄຳຮຽກຮ້ອງຂອງຜູ້ນຳສູງສຸດຂອງພັກກອມມູນິດ ຫວຽດນາມ.
            ກ່ອນໜ້ານັ້ນ, ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຢູ່ ຫວຽດນາມ ຮອບທີໜຶ່ງ, ໃນເດືອນ ມີນາ 2020, ໂດຍຕອບສະໜອງຄຳຮຽກຮ້ອງຄັ້ງທີໜຶ່ງຂອງ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທົ່ວປວງຊົນ, ທົ່ວກອງທັບ ແລະ ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສາມັກຄີກັນ, ເປັນຈິດໜຶ່ງໃຈດຽວ, ເຫັນດີເປັນເອກະພາບເຈດຈຳນົງ ແລະ ການກະທຳ ເພື່ອພາຍຫຼັງ 3 ເດືອນ, ບັນດາສະຖານທີ່ເກີດໂລກລະບາດ ແລະ ບັນດາແຂວງ, ນະຄອນຕ່າງໆ ດັບມອບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໄດ້. ປະເທດຊາດ ມີຄວາມສະຫງົບເປັນເວລາຫຼາຍເດືອນ ເພື່ອປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທັງພັດທະນາເສດຖະກິດ. ດ້ວຍຄຳຮຽກຮ້ອງໃນລະດັບສູງກ່ວາໃນຄັ້ງທີ 2 ນີ້, ພ້ອມກັບບັນດາມາດຕະການຂ້ຽວຂາດຄົບຊຸດຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ເຮັດວຽກຢ່າງລືມເນື້ອລືມຕົວຂອງກຳລັງແນວໜ້າຈະສືບຕໍ່ແມ່ນແຫຼ່ງກຳລັງໜູນ, ແມ່ນຄວາມຕັດສິນໃຈ, ຄຳໝັ້ນສັນຍາອັນໃຫຍ່ຫຼວງຂອງ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຮ່ວມແຮ່ງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ປະກອບສ່ວນຢ່າງເໝາະສົມເຂົ້າໃນຄວາມມານະພະຍາຍາມ ຂອງມວນມະນຸດ ເພື່ອໂລກແຫ່ງຄວາມປອດໄພ, ສົດໄສ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top