• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາການຄ້າເສລີ ອີຢູ - ຫວຽດນາມຄວນມຸ່ງໄປສູ່ຄວາມດຸ່ງດຽງດ້ານຜົນປະໂຫຍດຂອງສອງຝ່າຍ

      ຕອນບ່າຍວັນທີ 21 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຕ້ອນຮັບ ທ່ານ Bruno Angelet, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຂອງສະຫະພາບເອີຣົບ (EU) ປະຈຳຫວຽດນາມ.

(ສັນຍາການຄ້າເສລີ ອີຢູ - ຫວຽດນາມຄວນມຸ່ງໄປສູ່ຄວາມດຸ່ງດຽງດ້ານຜົນປະໂຫຍດຂອງສອງຝ່າຍ)
      ທ່ານ Bruno Angelet ຕີລາຄາສູງ ລັດຖະບານຫວຽດນາມໄດ້ຕັ້ງໜ້າຊີ້ນຳບັນດາກະຊວງ, ຂະແໜງການໃນຄະນະກຳມະການປະສົມ ຫວຽດນາມ - ອີຢູ ເພື່ອກະກຽມບັນດາບາດກ້າວຈຳເປັນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂອງສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ໃນປີ 2018. ຝ່າຍ ອີຍູ ກໍ່ໄດ້ສົ່ງບົດລາຍງານກ່ຽວກັບຂັ້ນຕອນ, ກຳນົດທິດລວມການປະຕິບັດ EVFTA ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເພື່ອໃຫ້ສອງຝ່າຍສົມທົບກັນສ້າງໃຫ້ສົມບູນແບບ.
        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢັ້ງຢືນວ່າ EVFTA ມີຄວາມໝາຍສຳຄັນສຳລັບທັງ ຫວຽດນາມ ແລະ ອີຢູ ແລະ ສະເໜີສອງຝ່າຍສົມທົບກັນຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາໃນໄລຍະ 6 ເດືອນຕົ້ນປີ 2018. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ແຜນນະໂຍບາຍຂອງ ຫວຽດນາມ ແມ່ນສົມທົບກັບສາກົນເພື່ອປົກປ້ອງສິດທິມະນຸດໃຫ້ດີກວ່າເກົ່າ, ບົນພື້ນຖານບັນຝ່າຍຕ້ອງເຄົາລົບບັນດາຄວາມແຕກຕ່າງດ້ານປະຫວັດສາດ, ວັດທະນະທຳ, ດຳເນີນການເຈລະຈາຢ່າງກົງໄປກົງມາ ເພື່ອຮັດແຄບບັນດາບັນຫາທີ່ແຕກຕ່າງກັນ.
        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ກໍ່ໄດ້ສະແດງຄວາມເສຍດາຍເມື່ອ ອີຢູ ປະກາດໃຊ້ “ບັດເຫຼືອງ” - ກ່າວເຕືອນການຫາປາແບບຜິດກົດໝາຍ, ບໍ່ຄຸ້ມຄອງ ແລະ ບໍ່ແຈ້ງ ສຳລັບສິນທະເລທີ່ສົ່ງອອກຂອງ ຫວຽດນາມ ໄປຍັງ ອີຢູ, ອັນໄດ້ສ້າງໃຫ້ສະພາບແວດລ້ອມທີສັບສົນຂຶ້ນຕື່ມເມື່ອສອງຝ່າຍພວມຍູ້ແຮງການຮ່ວມມືດ້ານການຄ້າ - ການລົງທຶນ. ທ່ານຮອງນາຍົກລັດຖະມົນຕີ ປາຖະໜາວ່າ ອີຢູ ຈະຖອນ “ບັດເຫຼືອງ” ໂດຍໄວ ເພື່ອບໍ່ສ້າງຄວາມເປັນຫ່ວງກັງວົນໃຫ້ຊາວປະມົງ ຫວຽດນາມ ແລະ ສົ່ງຜົນສະທ້ອນເຖິງການລົງນາມໃນ EVFTA ຂອງສອງຝ່າຍ ໃນໄລຍະຈະມາເຖິງ.
        ທ່ານ Bruno ໃຫ້ຮູ້ວ່າ ອີຢູ ຈະສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອປະຕິບັດບັນດາມາດຕະການທີ່ຈຳເປັນ, ກ້າວໄປເຖິງການຖອນ “ບັດເຫຼືອງ” ສຳລັບສິນທະເລຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top