• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັງລວມໝາກຜົນການແຂ່ງຂັນຂອງຄະນະກິລາ ຫວຽດນາມ ຢູ່ SEA Games 30

ໃນການແຂ່ງຂັນກິລາວັນທີ 05 ທັນວາ, ຢູ່ SEA Games, ຄະນະນັກກິລາ ຫວຽດນາມ ແຂ່ງຂັນບັນດາປະເພດກິລາຄື: ບານເຕະຊາຍ, ບານເຕະຍິງ, ລອຍນ້ຳ, ກ໊ອບ, ຢູໂດ, ດອກປີກໄກ່, ມວຍ, ບານບ້ວງ, bowling, ສະນຸກເກີ, ຕີດາບ, ຍິງປືນ, ເທນນິດ, ບານສົ່ງຍິງ, ແຂ່ງຂັນລົດຖີບ…
ໄລ່ຮອດ 19 ໂມງຕອນຄ່ຳວັນທີ 05 ທັນວາ, ຄະນະນັກກິລາ ຫວຽດນາມ ຍາດໄດ້ ຕື່ມອີກ 12 ຫຼຽນ. ໃນນັ້ນມີຫຼຽນຄຳ 4 ຫຼຽນ, ຫຼຽນເງິນ 3 ຫຼຽນ, ຫຼຽນທອງ 5 ຫຼຽນ.

ຕາຕະລາງຈັດອັນດັບຫຼຽນໄຊ

ຄະນະນັກກິລາປະເທດເຈົ້າພາບ ຟີລິບປີນ ສືບຕໍ່ນຳໜ້າໃນຕາຕະລາງຈັດອັນດັບຫຼຽນໄຊ ດ້ວຍຫຼຽນຄຳ 63 ຫຼຽນ. ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 2 ດ້ວຍຫຼຽນຄຳ 31 ຫຼຽນ.

        ຕ່ອນຄ່ຳວັນທີ 05 ທັນວາ, ໃນນັດແຂ່ງຂັນສຸດທ້າຍຂອງຮອບຄັດເລືອກ, ທິມບານເຕະ U22 ຫວຽດນາມ ສະເໝີກັບທິມບານເຕະ U22 ໄທ ດ້ວຍ 2 ປະຕູ ຕໍ່ 2 ແລະ ໄດ້ເຂົ້າຮອບຮອງຊະນະເລີດບານເຕະຊາຍ SEA Games 30, ຢືນອັນດັບໜຶ່ງຂອງສາຍ B. ຫລັງຈາກນັ້ນ, ທິມບານເຕະຍິງ ຫວຽດນາມ ກໍ່ເຂ່ຍທິມບານເຕະຍິງປະເທດເຈົ້າພາບ ຟີລິບປີນ ຕົກຮອບໃນນັດແຂ່ງຂັນຮອງຮອບຊະນະເລີດ ເພື່ອເຂົ້າແຂ່ງຂັນຮອບຊິງຊະນະເລີດຊິງຫຼຽນຄຳປະເພດບານເຕະຍິງ.

(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top