• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັງຄະນາຍົກ ຮ່າໂນ້ຍ ຢ້ຽມຢາມ, ອວຍພອນບຸນເຕັດຄະນະພັກນະຄອນ ຮ່າໂນ້ຍ

      ເນື່ອງໃນໂອກາດບຸນເຕັດ 2018, ຕອນບ່າຍວັນທີ 31 ມັງກອນ, ພະຄາດິນັນ ເຟໂຣ ຫງວຽນວັນເຍີນ, ສັງຄະນາຍົກ ຮ່າໂນ້ຍ ໄດ້ມາຢ້ຽມຢາມ ແລະ ອວຍພອນບຸນເຕັດຄະນະພັກນະຄອນ ຮ່າໂນ້ຍ. ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຮ່ວາງຈູງຫາຍ ໄດ້ໃຫ້ການຕ້ອນຮັບຄະນະ.
ສັງຄະນາຍົກ ຮ່າໂນ້ຍ ຢ້ຽມຢາມ, ອວຍພອນບຸນເຕັດຄະນະພັກນະຄອນ ຮ່າໂນ້ຍ
      ພະຄາດິນັນ ຫງວຽນວັນເຍີນ ອວຍພອນ ບັນດາພະນັກງານ, ພາລະກອນ, ລັດຖະກອນ, ຊາວຜູ້ອອກແຮງງານຂອງຄະນະພັກນະຄອນ ປີໃໝ່ມີສຸຂະພາບເຂັ້ມແຂງ, ມີຄວາມໂຊກດີ, ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກຢ່າງ ເຊິ່ງພັກ, ລັດໄດ້ມອບໝາຍໃຫ້, ຮັບໃຊ້ປະຊາຊົນ ໃນນັ້ນມີພໍ່ແມ່ປະຊາຊົນຊາວຄຼິດ.
        ສ່ວນທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຮ່ວາງຈູງຫາຍ ໄດ້ສົ່ງຄຳອວຍພອນປີໃໝ່ໃຫ້ມີຄວາມສັນຕິສຸກ ເຖິງບັນດາສາສະນິກະຊົນຊາວຄຼິດໃນນະຄອນ ຮ່າໂນ້ຍ; ພ້ອມທັງ ເນັ້ນໜັກວ່າ ໃນການພັດທະນາຮອບດ້ານຂອງນະຄອນຫລວງໃນໄລຍະຜ່ານມາ ມີການປະກອບສ່ວນບໍ່ໜ້ອຍຫົວໜ້າເຂດຊາວຄິດ ຮ່າໂນ້ຍ ແລະ ພໍ່ແມ່ປະຊາຊົນຊາວຄຼິດໃນທຸກຂົງເຂດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top