• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂລກ​ລະ​ບາດ Covid– 19 ຄ​ັ້ງ​ທຳ​ອິດ

ຕອນບ່າຍວັນທີ 9 ເມສາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ແລະ ເປັນຄັ້ງທຳອິດທີ່ປຶກສາຫາລືກ່ຽວກັບໂລກລະບາດ Covid– 19 ຕາມຂໍ້ສະເໜີຂອງ ຫວຽດນາມ ແລະ 8 ປະເທດ ສະມາຊິກບໍ່ປະຈຳການອື່ນຂອງ ສະຫະປະຊາຊາດ.

ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນເວລາຍັງບໍ່ທັນເກີດໂລກລະບາດ Covid - 19 (ພາບ: TTXVN) 

ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມສາມັກຄີ, ການປະສານງານສາກົນ, ຫຼາຍຝ່າຍໃນສະພາບການຄືໃນປັດຈຸບັນ, ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ, ລະບົບ ສປຊ, ບັນດາອົງການຈັດຕັ້ງສາກົນ, ໃນນັ້ນມີ ອົງການອະນາໄມໂລກ (WHO), ບັນດາອົງການຈັດຕັ້ງການເງິນ, ເສດຖະກິດສາກົນ, ບັນດາອົງການໃນພາກພື້ນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຕ່າງໆເພີ່ມທະວີການສົມທົບເພື່ອແນໃສ່ຮັບໃຊ້ບຸລິມະສິດແມ່ນໜູນຊ່ວຍບັນດາປະເທດຖືກຜົນສະທ້ອນ.

        ທ່ານເອກອັກຄະລັດຖະທູດດັ້ງດິ່ງກຸ໊ຍຢັ້ງຢືນວ່າ ຫວຽດນາມສະໜັບສະໜູນບົດບາດເປັນໃຈກາງຂອງ ສປຊ ແລະ ຄວາມມານະພະຍາຍາມຂອງເລຂາທິການໃຫຍ່ ສປຊໃນໄລຍະທີ່ຜ່ານມາ, ແບ່ງປັນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ກ່ຽວກັບການຢຸດຍິງຢູ່ບ່ອນເກີດການປະທະກັນໃນໂລກ, ສະເໜີໃຫ້ສປຊ ແລະ ບັນດາຝ່າຍເອົາໃຈໃສ່ເຖິງບັນດາເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ເປັນຕົ້ນແມ່ນ ແມ່ຍິງ, ເດັກນ້ອຍ, ຜູ້ມີອາຍຸສູງ, ຄົນພິການ, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມປອດໄພໃຫ້ແກ່ພາລະກອນສປຊໃນຄວາມມານະພະຍາຍາມໜູນຊ່ວຍບັນດາປະເທດຮັບມືກັບໂລກລະບາດ.

 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top