• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລ​ກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ແລະ ຫວຽດນາມ

ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 25.566.789 ຄົນ ໃນນັ້ນມີຜູ້ເສຍຊີວິດ 427.635 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ພາບປະກອບ: AP

ຕາມເວັບໄຊ ສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 24 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 99 ລ້ານ 3 ແສນຄົນ ໃນນັ້ນມີຜູ້ເສຍຊີວິດ 2.130.293 ຄົນ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 25.566.789 ຄົນ ໃນນັ້ນມີຜູ້ເສຍຊີວິດ 427.635 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ຢູ່ເອີລົບ, ຫຼາຍປະເທດສືບຕໍ່ວາງອອກຫຼາຍມາດຕະການຈຳກັດໃໝ່ ເພື່ອແນໃສ່ຮັດແໜ້ນການຄວບຄຸມ ຕໍ່ຄວາມວິຕົກກັງວົນກ່ຽວກັບເຊື້ອໄວຣັດ Sars-CoV-2  ສາຍພັນໃໝ່ຈາກອັງກິດ. ໃນນັ້ນ, ລັດຖະບານໂຮນລັງໄດ້ຕັດສິນໃຈຈັດວາງກົດໄອຍະການເສິກ ນັກແຕ່ເວລາ 21 ໂມງຂອງວັນທີ 23 ມັງກອນເປັນຕົ້ນໄປ. ນີແມ່ນຄັ້ງທຳອິດ ໂຮນລັງ ໄດ້ປະຕິບັດ ກົດໄອຍະການເສິກທົ່ວປະເທດນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ II ເປັນຕົ້ນມາ.

ໃນເຫດການທີ່ກ່ຽວຂອງ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງ ຂອງວັນທີ 22 ມັງກອນ ຫາ 18 ໂມງຂອງວັນທີ 23 ມັງກອນ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດແມ່ນ 1.548 ຄົນ, ມີ 1.411 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ ຜູ້ເສຍຊີວິດ 35 ຄົນ.

(ແຫຼ່ງຄັດຈາກ VOV)
 

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top