• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 30 ກໍລະກົດ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 197,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 4,2 ລ້ານຄົນ.
ພາບປະກອບ: TTXVN

ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງ 30 ນາທີ ຂອງວັນທີ 29 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 30 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 4.992 ຄົນ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2.740 ຄົນ. ດັ່ງນັ້ນ, ໄລ່ຮອດວັນທີ 30 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 130.000 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກກະຕິ ແມ່ນ 31.780 ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 30 ກໍລະກົດ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 197,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 4,2 ລ້ານຄົນ.

ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 655.000 ຄົນ. ອາເມລິກາ, ອິນເດຍ ແລະ ອິນໂດເນເຊຍ ແມ່ນ 63 ປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ ຫຼາຍກ່ວາໝູ່.
(ແຫຼ່ງຄັດຈາກ VOV)

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

ວັນ​ທີ 26 ພຶດ​ສະ​ພາ, ຢູ່​ສະ​ໂມ​ສອນ​ໃຫຍ່​ຂອງ​ອົງ​ການ​ອາ​ຫານ ແລະ ​ການກະ​ເສດ ແຫ່ງ ສ​ປ​ຊ (FAO) ຢູ່​ນະ​ຄອນຫຼວງ ຣົມ ຂອງ ອີ​ຕາ​ລີ, ໄດ້​ດຳ​ເນີນ​ເຫດ​ການ​ພິ​ເສດ​ໜຶ່ງ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ລັດ​ຖະ​ບານ ແອັດ​ສະ​ປາຍ, ດ້ວຍ​ຫົວ​ຂໍ້ “ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ໂພ​ຊະ​ນະ​ການ​ພາຍ​ໃຕ້​ກຳ​ລັງ​ກົດ​ດັນ: ຜົນ​ຕາມ​ມາ​ຈາກ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ”.

Top