• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຮ່ວມມືກັບ APEC

ເລື່ອງທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງບັນດາການນຳເສດຖະກິດ APEC ຄັ້ງນີ້ ໄດ້ເປັນການສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບ, ຄວາມເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ໃຫ້ແກ່ການຮ່ວມມືໃນ APEC.
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນມິນຫວູ. (ພາບ: TTXVN)

ວັນທີ 16 ກໍລະກົດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງບັນດາການນຳເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ທາງອອນລາຍ. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນມິນຫວູ ໄດ້ແລກປ່ຽນກັບສື່ມວນຊົນກ່ຽວກັບຈຸດປະສົງ, ຄວາມໝາຍຂອງກອງປະຊຸມ ແລະ ບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ APEC.

        ທ່ານຮອງລັດຖະມົນຕີ ຫງວຽນມິນຫວູ ໃຫ້ຮູ້ວ່າ ໃນກວ່າໜຶ່ງປີຜ່ານມາ, ໃນສະພາບໂລກລະບາດໂຄວິດ-19 ແຜ່ລະບາດ ແລະ ມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບຢ່າງໜັກໜ່ວງ, ຫຼາຍດ້ານເຖິງທຸກດ້ານຂອງເສດຖະກິດ, ສັງຄົມຂອງບັນດາປະເທດ ແລະ ບັນດາພື້ນຖານເສດຖະກິດນັ້ນ, APEC ໄດ້ສະແດງໃຫ້ເຫັນເລື່ອງເປັນເຈົ້າການ, ຕັ້ງໜ້າ, ກໍຄືກຳລັງຄວາມສາມາດຮັບມືກັບສະພາບການດັ່ງກ່າວ. ທ່ານຮອງລັດຖະມົນຕີເນັ້ນໜັກວ່າ, ເລື່ອງທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງບັນດາການນຳເສດຖະກິດ APEC ຄັ້ງນີ້ ໄດ້ເປັນການສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບ, ຄວາມເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ໃຫ້ແກ່ການຮ່ວມມືໃນ APEC, ຜ່ານນັ້ນ ກໍ່ຍົກສູງທີ່ຕັ້ງຂອງຫວຽດນາມ ກວ່າອີກ, ພ້ອມກັນນັ້ນກໍ່ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງເວທີປາໄສ APEC ໃນໂຄງສ້າງບໍລິຫານເສດຖະກິດທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top