• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະສະມາຄົມການທ່ອງທ່ຽວ ອາຊຽນ ຊຸກຍູ້ການເປີດປະຕູຊາຍແດນຄືນໃໝ່

      -   ສະຫະສະມາຄົມການທ່ອງທ່ຽວ ອາຊຽນ (ASEANTA) ໄດ້ຊຸກຍູ້ແຜນການເປີດປະຕູຊາຍແດນຄືນໃໝ່ ລະຫວ່າງ 10 ປະເທດສະມາຊິກ ອາຊຽນ ໃນກອງປະຊຸມຄັ້ງທີ 24 ຂອງ ກະຊວງທ່ອງທ່ຽວບັນດາປະເທດ ອາຊຽນ ໃນວັນທີ 4 ກຸມພາ,
(ພາບປະກອບ: AFP)
      ວັນທີ 4 ກຸມພາ, ໜັງສືພິມ Bangkok Post ໄດ້ຄັດສະເໜີຄຳປາໄສຂອງທ່ານປະທານ ASEANTA Mingkwan Metmowlee ໃຫ້ຮູ້ວ່າ ຈະຮຽກຮ້ອງໃຫ້ເຊື່ອມຕໍ່ການເຄື່ອນໄຫວການທ່ອງທ່ຽວຄືນໃໝ່ໃນໄຕມາດ 1 ຫຼື ໄຕມາດທີ 2 ປີ ນີ້ ເພາະວ່າ ຂະແໜງອຸດສາຫະກຳນີ້ ມີຄວາມສ່ຽງຈະລົ້ມລະລາຍ, ສະນັ້ນ ຕ້ອງມີການເຄື່ອນໄຫວໂດຍດ່ວນ.
        ສະຫະສະມາຄົມທ່ອງທ່ຽວ ອາຊຽນ ກໍສະເໜີວ່າ ໃນເຄິ່ງຕົ້ນປີ 2021 ນີ້, ບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄວນພິຈາລະນາແຂກທ່ອງທ່ຽວທີ່ເປັນນັກທຸລະກິດໃນພາກພື້ນ ກໍຄື ຈາກຄູ່ເຈລະຈາຂອງ ອາຊຽນ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top