• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກສະພາແຫ່ງຊາດຫຼາຍທ່ານເຫັນດີຕໍ່ເລື່ອງຮັບຮອງເອົາມະຕິແກ້ໄຂໜີ້ເສຍ

      ຕອນບ່າຍວັນທີ 26/5, ໃນວາລະປຶກສາຫາລືຢູ່ໜ່ວຍ ກ່ຽວກັບຮ່າງມະຕິແກ້ໄຂໜີ້ເສຍຂອງບັນດາອົງການສິນເຊື່ອ,

ຫງວຽນດຶກກຽນ ສະມາຊິກສະພາແຫ່ງຊາດ, ແຂວງ ຊອກຈັງ 
(ພາບປະກອບ: tapchigiaothong.vn)
      ສະມາຊິກສະພາແຫ່ງຊາດຫຼາຍທ່ານສະແດງຄວາມເຫັນອົກເຫັນໃຈຕໍ່ເລື່ອງຮັບຮອງເອົາມະຕິນີ້ທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ເພື່ອແນໃສ່ໜູນຊ່ວຍພື້ນຖານເສດຖະກິດ. ທ່ານ ຫງວຽນດຶກກຽນ ສະມາຊິກສະພາແຫ່ງຊາດ, ແຂວງ ຊອກຈັງ ຖືວ່າ:
        “ເນື້ອໃນຕົ້ນຕໍຂອງມະຕິສະແດງອອກ 4 ບັນຫາ. ທີໜຶ່ງແມ່ນສະເໜີມີຜົນສັກສິດນັບແຕ່ວັນທີ 1/7/2017 ແລະ ສິ້ນສຸດລົງໃນວັນທີ 1/7/2022. ທີສອງແມ່ນບໍ່ຈຳແນກພາກສ່ວນກຳມະສິດຂອງບັນດາອົງການສິນເຊື່ອ, ຫາກນຳໃຊ້ສຳລັບທຸກອົງການສິນເຊື່ອທີ່ພວມເຄື່ອນໄຫວຢູ່ ຫວຽດນາມ. ທີສາມແມ່ນກຳນົດເວລາແກ້ໄຂໜີເສຍຄືນໃໝ່. ນັ້ນແມ່ນບັນດາໜີ້ເສຍທີ່ປະກົດແຕ່ວັນທີ 31/12/2016. ສ່ວນໜີ້ເສຍທີ່ປະກົດນັບແຕ່ວັນທີ 1/1/2017 ແມ່ນຕ້ອງແກ້ໄຂຕາມກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ. ຍັງມີສິ່ງສຳຄັນໜຶ່ງອີກນັ້ນແມ່ນມະຕິໄດ້ຫັນເປັນລະບົບ, ກຳນົດຂັ້ນຕອນແກ້ໄຂຊັບສົມບັດຄືນໃໝ່“.
        ແລະກໍ່ໃນຕອນບ່າຍວັນທີ 26/5, ບັນດາ ສະມາຊິກສະພາແຫ່ງຊາດ ກໍ່ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ. ຮ່າງກົດໝາຍສຸມໃສ່ເຮັດແຈ້ງຂັ້ນຕອນເພື່ອຈັດທະນາຄານແຫ່ງໜຶ່ງເຂົ້າໃນເປົ້າໝາຍກວດກາພິເສດ, ໃນນັ້ນມີຄວາມຮັບຜິດຊອບຂອງທະນາຄານແຫ່ງລັດ, ແລະ ຂອງບັນດາອົງການສິນເຊື່ອ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top