• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຊຸດທີ X

      ວັນທີ 21 ກໍລະກົດ, ກອງປະຊຸມໃຫຍ່ຜູ້ແທນສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ຊຸດທີ X, ອາຍຸການ 2018 – 2022 ໄດ້ດໍາເນີນຢູ່ສໍານັກງານສະມາຄົມໃຫຍ່ຊາວຫວຽດນາມອາໄສຢູ່ ສປປ ລາວ, ທີ່ນະຄອນຫຼວງວຽງຈັນ.

ຜູ້ແທນປ່ອນບັດເລືອກຕັ້ງ ຄະນະປະຕິບັດງານຊຸດທີ
(ພາບ: Pham Kien ນັກຂ່າວ TTXVN ປະຈໍາ ລາວ)
      ກອງປະຊຸມໄດ້ຮັບຮອງເອົາບົດລາຍງານສະຫຼຸບວຽກງານການເຄື່ອນໄຫວຂອງສະມາຄົມ ຊຸດທີ IX ແລະ ທິດທາງວຽກງານການເຄື່ອນໄຫວຂອງສະມາຄົມຊຸດທີ X, ອາຍຸການ 2018 – 2022. ບົດລາຍງານໄດ້ຊີ້ແຈ້ງວ່າ ໃນອາຍຸຸການຜ່່ານມາ, ສະມາຄົມປະຕິບັດ ວຽກງານການເຄື່ອນໄຫວວົງຄະນະຍາດ, ຮັກສາ, ເສີມຂະຫຍາຍ ແລະ ປົກປັກຮັກສາສີສັນທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ ໃຫ້ເປັນຢ່າງດີ; ຈັດຕັ້ງ ແລະ ເຂົ້າຮ່ວມບັນດາງານບຸນ, ພົບປະກັບພໍ່ແມ່່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດວັນບຸນຄັ້ງຕ່າງໆຂອງປະເທດຊາດ.
        ກອງປະຊຸມໃຫຍ່ໄດ້ເລືອກຕັ້ງເອົາຄະນະປະຕິບັດງານຊຸດທີ X ເຊິ່ງລວມມີສະມາຊິກ 9 ຄົນ, ໃນນັ້ນ ທ່ານເລວັນມຸ່ຍ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມຊາວຫວຽດນາມຢູ່ນະຄອນຫຼວງວຽງຈັນ ຊຸດທີ X.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top