• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ດງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຫຼັກຊັບ

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 14, ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 22 ຕຸລາ, ສະພາແຫ່ງຊາດໄດ້ລາຍງານ, ອະພິປາຍ, ຮັບເອົາ ແລະ ປັບປຸງ ຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນ ທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ).

ສະພາແຫ່ດງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຫຼັກຊັບ (ພາບ: VGP) 

 ຮ່າງກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ ລວມມີ 10 ພາກ, 136 ມາດຕາ. ສະເໜີບົດລາຍງານອະພິປາຍ, ຮັບເອົາ, ດັດແປງຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ), ທ່ານ ຫວູຮົ່ງແທງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ຫົວໜ້າກໍາມາທິການເສດຖະກິດຂອງສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: ກົດໝາຍວ່່າດ້ວຍຫຼັກຊັບ (ສະບັບປັບປຸງ) ແມ່ນບາດກ້າວເດີນບຸກທະລຸ ເພື່ອຮັບປະກັນສິນຄ້າທີ່ຈໍາໜ່າຍຢູ່ທ້ອງຕະຫຼາດແມ່ນສິນຄ້າມີຄຸນນະພາບດີ, ດຶງດູດແຫຼ່ງເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ.

        ເມື່ອປືກສາຫາລືຢູ່ຫໍປະຊຸມ, ທ່ານນາງ ມາຍທິແອັງຕວຽດ, ຄະນະສະມາຊິກສະພາແຫ່ງຊາດແຂວງອານຢາງ, ຖືວ່າ:

        “ຮ່າງກົດໝາຍວ່າດ້ວຍຫຼັກຊັບສະບັບນີ້ ໄດ້ຮັບເອົາ, ປັບປຸງຫຼາຍເນື້ອໃນສໍາຄັນ ເພື່ອຫຼຸດຜ່ອນຂໍ້ຄົງຄ້າງ ແລະ ເຂົ້າເຖິງບັນດາຫຼັກການ, ມາດຖານສາກົນ, ສ້າງບາດລ້ຽວໃໝ່ໃຫ້ແກ່ການພັດທະນາຂອງຕະຫຼາດຫຼັກຊັບຫວຽດນາມ. ເພື່ອປະກອບສ່ວນສ້າງສໍາເລັດກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ), ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ປະສິດທິຜົນ ເມື່ອປະກາດໃຊ້, ການບໍລິຫານ, ຄວາມສ່ຽງ ແລະ ຈັດຕັ້ງການພົວພັນຊື້ຂາຍຫຼັກຊັບໂດຍກົງ.  ເຖິງຢ່າງໃດກໍຕາມ ຮ່າງກົດໝາຍສະບັບດັ່ງກ່າວ ຕ້ອງກໍານົດບັນດາຫຼັກການຈັດແບ່ງໜ້າທີ່ຄວາມຮັບຜິດຊອບ, ການພົວພັນຂອງພະແນຕິດຕໍ່ຊື້ຂາຍກັບບັນດາຕະຫຼາດຫຼັກຊັບ”. 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top