• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຫວຽດນາມແລະຢູແກຼນປາດຖະໜາຢາກເພີ່ມທະວີການຮ່ວມມື

ວັນທີ 21 ຕຸລາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຢູແກຼນ ຫງວຽນແອັງຕ໊ວນ ໄດ້ມີການພົບປະ ແລະ ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດຢູແກຼນ Dmytro Razumkov ເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງເມື່ອເດືອນ ສິງຫາ ຜ່ານມາ.


ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຢູແກຼນ ຫງວຽນແອັງຕ໊ວນ ແລະ

ທ່ານປະທານສະພາແຫ່ງຊາດຢູແກຼນ Dmytro Razumkov 

(ພາບ: TTXVN)


ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນແອັງຕ໊ວນ ໄດ້ສົ່ງຈົດໝາຍອວຍພອນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ປະທານສະພາແຫ່ງຊາດຢູແກຼນ. ໃນຈົດໝາຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງຄວາມປາດຖະໜາຢາກໃຫ້ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດຢູແກຼນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດ 2 ຝ່າຍ ກໍຄືຫຼາຍຝ່າຍ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໃນທົ່ວໂລກ.

        ສ່ວນທ່ານປະທານສະພາແຫ່ງຊາດ Dmytro Razumkov ໄດ້ຝາກຄຳຂອບໃຈເຖິງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ສະແດງຄວາມປາດຖະໜາຢາກມີໂອກາດມາຢ້ຽມຢາມຫວຽດນາມ ກໍຄືໄດ້ແລກປ່ຽນກັບສະພາແຫ່ງຊາດຫວຽດນາມ ກ່ຽວກັບວຽກງານນິຕິບັດຍັດ ແລະ ຕິດຕາມກວດກາ, ວຽກງານປ້ອງກັນ ຕ້ານການສໍ້ລາດບັງຫຼວງ.

(ແຫຼ່ງຄັດຈາກ VOV)

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ໃນໄລຍະພຽງສັ້ນໆ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 72 (72-NQ/TW) ກ່ຽວກັບບັນດາມາດຕະການບຸກທະລຸ ຍົກສູງສຸຂະພາບຂອງ ປຊຊ (ເດືອນກັນຍາ ປີ 2025), ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ກະກຽມຮັບຮອງເອົາມະຕິກ່ຽວກັບບັນດາກົນໄກ, ນະໂຍບາຍເພື່ອຜັນຂະຫຍາຍປະສິດທິຜົນມະຕິເລກທີ 72. ສິ່ງນີ້ສະແດງໃຫ້ເຫັນຄວາມເປັນເອກະພາບທາງການເມືອງທີ່ເຂັ້ມແຂງ ໃນການລົງທຶນໃຫ້ແກ່ມະນຸດ-ເສົາຄ້ຳຂອງການພັດທະນາແບບຍືນຍົງ.

Top