• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍຄຸ້ມຄອງໜີ້ສາທາລະນະ (ສະບັບປັບປຸງ)

      ໂດຍສືບຕໍ່ລາຍການກອງປະຊຸມສະໄໝສາມັນ ເທື່ອທີ 3, ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 16 ມິຖຸນາ,  ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ (ສະບັບປັບປຸງ).

ສະພາແຫ່ງຊາດ ຫວຽດນາມ
      ກ່ຽວກັບຂອບເຂດດັດປັບ, ຮ່າງກົດໝາຍກຳນົດ, ໜີ້ສາທາລະນະລວມມີ: ໜີ້ຂອງລັດຖະບານ, ໜີ້ໂດຍລັດຖະບານຄໍ້າປະກັນ, ໜີ້ຂອງອຳນາດການປົກຄອງທ້ອງຖິ່ນ. ຜູ້ແທນສ່ວນຫຼາຍໄດ້ເຫັນດີເປັນເອກະພາບຕໍ່ຂໍ້ກຳນົດນີ້, ຕາມນັ້ນແລ້ວ, ບໍ່ຄິດໄລ່ເຂົ້າໃນໜີ້ສາທາລະນະ ບັນດາບ້ວງໜີ້ໂດຍທະນາຄານແຫ່ງລັດ ຫວຽດນາມ ປະກາດໃຊ້ ເພື່ອປະຕິບັດນະໂຍບາຍເງິນຕາ, ໜີ້ຂອງລັດວິສາຫະກິດ, ຂອງຫົວໜ່ວຍພາກລັດທີ່ກູ້ ແລະ ຈ່າຍເອງ ທ່ານ ບູຍແທງຕູງ ສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ປະກອບຄຳເຫັນວ່າ:
            ຂ້າພະເຈົ້າເຫັນດີເປັນເອກະພາບໂດຍພື້ນຖານກັບຂອບເຂດການດັດປັບ. ເຖິງຢ່າງໃດກໍ່ຕາມ, ສະເໜີໃຫ້ຄະນະຮຽບຮຽງມີການຕີລາຄາຢ່າງລະອຽດກ່ວາ ກ່ຽວກັບສະພາບການຕົວຈິງຂອງງົບປະມານແຫ່ງລັດ, ການໃຊ້ໜີ້ແທນໃຫ້ບັນດາລັດວິສາຫະກິດ, ສະພາບການ ແລະ ສະພາບຕິດໜີ້ທະນາຄານນະໂຍບາຍຕົວຈິງ. ຄວນອະພິປາຍຈະແຈ້ງ ສາເຫດຕິດໜີ້ ໂດຍທະນາຄານແຫ່ງລັດປະກາດໃຊ້ເຊິ່ງບໍ່ແມ່ນໜີ້ສາທາລະນະ, ກໍ່ຄືໜີ້ບ້ວງອື່ນໆ ຄື: ໜີ້ກໍ່ສ້າງພື້ນຖານໂຄງລ່າງ, ແຂວງ, ເມືອງ, ຕາແສງໃນກໍລະນີບໍ່ມີຄວາມສາມາດໃຊ້ຈ່າຍຢ່າງພຽງພໍ, ໜີ້ສົ່ງຄືນພາສີອາກອນມູນຄ່າເພີ່ມ.
 (ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top