• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ Covid – 19 ໃນທົ່ວໂລກ

      ຕາມການສະຖິຕິຂອງເວັບໄຊ Worldometers.info, ໄລ່ຮອດ 7 ໂມງ 30 ນາທີວັນທີ 26 ພຶດສະພາ(ຕາມເວລາ ຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດ ໃນທົ່ວໂລກແມ່ນ 5.584.211 ຄົນ, ໃນນັ້ນມີ 347.613 ຄົນຖືກເສຍຊີວິດ. ອາເມລິກາຍັງແມ່ນປະເທດມີຜູ້ຕິດເຊື້ອຫຼາຍກ່ວາໝູ່ໃນໂລກດ້ວຍ 1.706.226 ຄົນຕິດເຊື້ອພະຍາດ Covid – 19 ແລະ 99.805 ຄົນຖືກເສຍຊີວິດ.

 ພະນັກງານຂ້າເຊື້ອຢູ່ວໍຊິງຕັນ, ອາເມລິກາ (ພາບ: AFP)
      ເຫດການຫຼ້າສຸດທີ່ກ່ຽວຂ້ອງແມ່ນ ເປັນຄັ້ງທຳອິດ ບຣາຊິນ ຢັ້ງຢືນມີຈຳນວນຜູ້ເສຍຊີວິດໃນຮອບເວລາ 1 ວັນຫຼາຍກ່ວາອາເມລິກາ ແລະ ກາຍເປັນປະເທດຖືກຜົນກະທົບຈາກໂລກລະບາດ Covid – 19 ຮ້າຍແຮງທີ 2 ໃນໂລກຖັດຈາກ ອາເມລິກາ. ໃນຮອບເວລາ 24 ຊົ່ວໂມງທີີ່ຜ່ານມາ, ບຣາຊິນຢັ້ງຢືນມີຜູ້ເສຍຊີວິດເພີ່ມອີກ 806 ຄົນ, ໃນນັ້ນຢູ່ອາເມລິກາແມ່ນ 505 ຄົນ. ປັດຈຸບັນ, ຍອດຈຳນວນຜູ້ຕິດເຊື້ອຢູ່ບຣາຊິນແມ່ນ 376.669 ຄົນ.
        ໃນຂະນະນັ້ນ, ອົງການອະນາໄມໂລກ WHO ສືບຕໍ່ກ່າວເຕືອນກ່ຽວກັບຄວາມສ່ຽງໂລກບາດ Covid – 19 ແຜ່ລະບາດຄືນໃໝ່. ວັນທີ 26 ພຶດສະພາ, ທ່ານ ປອ. Michael Ryan ຜູ້ອຳນວຍການຝ່າຍບໍລິຫານໂຄງການສາທາລະນະສຸກສຸກເສີນຂອງອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ບັນດາປະເທດພວມເຫັນປະຈັກຕາວ່າ ການຜັນແປຂອງໂລກລະບາດ Covid – 19 ພວມຫຼຸດລົງ ແຕ່ຍັງອາດຕ້ອງປະເຊີນໜ້າ ກັບການແຜ່ລະບາດຢ່າງຮ້າຍແຮງຂອງໂລກລະບາດຄັ້ງທີ 2 ຖ້າຫາກວ່າ ຍົກເລີກບັນດາມາດຕະການສະກັດກັ້ນໂລກລະບາດ ໂດຍໄວ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top