• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປຊ ຍ້ອງຍໍ​ຊົມ​ເ​ຊີ​ຍຄວາມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບຢ່າງ​ມີ​ປະສິດທິ​ຜົນ​ຂອງຫວຽດນາມ

ວັນທີ 18 ທັນວາ ຕາມເວລາ ອາເມລິກາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 30 ປີ (1989 – 2019) ແລະ 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (1944 – 2019) ຢູ່ສໍານັກງານທີ່ນິວຢອກ.

ຄະນະນາຍທະຫານຫວຽດນາມ ກຽມພ້ອມໄປ 
ປະຕິບັດໜ້າທີ່ຢູ່ຊູດັງໃຕ້  (ພາບ: TTXVN)

 ທ່ານ  Jean – Pierre Lacroix ຮອງເລຂາທິການໃຫຍ່ ສປຊ ຜູ້ຮັບຜິດຊອບກ່ຽວກັບບັນດາການເຄື່ອນໄຫວສັນຕິພາບ ໄດ້ກ່າວຄໍາອວຍພອນເຖິງກອງທັບປະຊາຊົນຫວຽດນາມ, ພ້ອມທັງສົ່ງຄໍາຂອບໃຈຢ່າງຈິງໃຈຕໍ່ບັນດາການປະກອບສ່ວນຂອງຫວຽດນາມ ທີ່ມີຕໍ່ ສປຊ, ໂດຍສະເພາະແມ່ນບັນດາການເຄື່ອນໄຫວຮັກສາສັນຕິພາບ. ທ່ານຮອງເລຂາທິການໃຫຍ່ ສປຊ ໄດ້ເນັ້ນໜັກເຖິງບັນດາການເຄື່ອນໄຫວ ເຊິ່ງຫວຽດນາມ ດໍາເນີນໃນຫວ່າງມໍ່ໆນີ້ ເພື່ອແນໃສ່ປັບປຸງ ແລະ ຍົກສູງຄຸນນະພາບຂອງການເຄື່ອນໄຫວຮັກສາສັນຕິພາບ ສົມກັບເປັນແບບຢ່າງໃຫ້ແກ່ຫຼາຍປະເທດທີ່ສຸດ, ພ້ອມທັງປາດຖະໜາວ່າ ໃນປີໜ້າ, ຈະມີໂອກາດຮ່ວມມືກັບ ຫວຽດນາມ ໃນຂົງເຂດຮັກສາສັນຕິພາບຫຼາຍກວ່າອີກ, ເມື່ອຫວຽດນາມຮັບບົດບາດເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ.

        ກ່າວຄໍາເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນທົ່ວໂລກຫຼາຍກວ່ານີ້ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top