ປີ 2018 ເປັນຄັ້ງທີ 4, ສະຖາບັນຍຸຕິທຳ ຫວຽດນາມ ສືບຕໍ່ໄດ້ຮັບໜ້າທີ່ຈັດຕັ້ງຊຸດອົບຮົມວິຊາຊີບໃຫ້ແກ່ບັນດາພະນັກງານຂະແໜງຍຸຕິທຳຂອງປະເທດ ລາວ. ນີ້ທັງແມ່ນຄວາມເອກອ້າງທະນົງໃຈ ທັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສະຖາບັນຍຸຕິທຳ ຫວຽດນາມ ທີ່ປະກອບສ່ວນເຂົ້າໃນວຽກງາບຳລຸງກໍ່ສ້າງ, ຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານຂະແໜງຍຸຕິທຳ, ກົດໝາຍຂອງລາວ.

ພິທີໄຂຊຸດອົບຮົມວິຊາຊີບປະຕິບັດຄຳຕັດສິນຂອງສານແພ່ງໃຫ້ແກ່ຄູອາຈານ, ພະນັກງານ ສປປ.ລາວ

ທ່ານ ດ່ວານຈູງກຽນ ຫົວໜ້າສະຖາບັນຍຸຕິທຳ ຫວຽດນາມ
ສະຖາບັນຍຸຕິທຳ ຫວຽດນາມ ໄດ້ເລືອກເອົາບັນດາຄູອາຈານເຂົ້າຮ່ວມການສິດສອນໂດຍກົງສຳລັບອົບຮົມ. ນີ້ແມ່ນບັນດາຄູອາຈານທີ່ມີລະດັບວິຊາສະເພາະ, ມີປະສົບການໃນພາກຕົວຈິງຢ່າງຫລວງຫລາຍ, ມີວິທີການສອນດີ. ດ້ວຍລັກສະນະພິເສດສະເພາະຂອງຊຸດບຳລຸງສ້າງນີ້, ສະຖາບັນຍຸຕິທຳໄດ້ຈັດຕັ້ງຊຸດອົບຮົມວຽກງານສິດສອນກ່ຽວກັບຄວາມຮຽກຮ້ອງຕ້ອງການ, ເນື້ອໃນ, ວິທີການສອນໃຫ້ແກ່ບັນດາຄູອາຈານເມື່ອເຂົ້າຮ່ວມຊຸດອົບຮົມໃຫ້ພວກເພື່ອນລາວ.
ເພື່ອຜັນຂະຫຍາຍບັນດາຊຸດອົບຮົມວິຊາຊີບ, ບໍ່ພຽງແຕ່ໃຫ້ສຳມະນາກອນ ລາວ ຊຸດນີ້ເທົ່ານັ້ນ ຫາກຍັງໃຫ້ບັນດາຊຸດຕໍ່ໆໄປອີກດ້ວຍ. ສະຖາບັນຍຸຕິທຳ ຫວຽດນາມ ໄດ້ຫັກເງິນຈາກແຫຼ່ງງົບປະມານຂອງຕົນ 1 ຕື້ດົ່ງ ເພື່ອລົງທຶນຕື່ມອີກອຸປະກອນຮັບໃຊ້ວຽກງານສິດສອນ ແລະ ຮ່ຳຮຽນຄື: ເຄື່ອງສາຍໂປຣເຈັກເຕີ,ໂທລະພາບ, ລະບົບເຄື່ອງສຽງ. ກ່ຽວກັບການກິນຢູ່, ສະຖາບັນຍັງບູລະນະສ້ອມແປງຫ້ອງກິນເຂົ້າທີ່ສະຫງວນໃຫ້ສຳມະນາກອນ ລາວ, ນອກນັ້ນ ຍັງຈັດແບ່ງຫ້ອງດຳເນີນຊີວິດລວມໃຫ້ນຳອີກ.
ນອກຈາກຄ່າໃຊ້ຈ່າຍໃນການກໍ່ສ້າງໄດ້ອຸປະຖຳຈາກງົບປະມານແຫ່ງລັດ ຫວຽດນາມ ແລ້ວ, ສຳມະນາກອນເຂົ້າຮ່ວມຊຸດອົບຮົມຍັງໄດ້ຮັບເງິນເດືອນຕາມກຳນົດຂອງກົດໝາຍ ຫວຽດນາມ ເຊິ່ງລວມມີເງິນໃຊ້ຈ່າຍແຕ່ລະເດືອນຕາມກຳນົດ (4.820.000 ດົ່ງ/ເດືອນ), ເງິນໜູນຊ່ວຍເຄື່ອງອຸປະກອນຂອງເບື້ອງຕົ້ນ (3,580,000 ດົ່ງ/ຄົນ/ຊຸດ) ແລະ ປີ້ຍົນໄປກັບ.
ທ່ານຄຳໂກ້ ຈັນທະວົງ ຮອງຫົ
ວໜ້າສະຖາບັນຍຸຕິທຳພາກກາງ ລາວ
ດ້ວຍບັນດາໝາກຜົນທີ່ບັນລຸໄດ້ຈາກວຽກງານກະກຽມ, ຈາກການສົມທົບກັນຢ່າງສຸດຈິດສຸດໃຈ, ພ້ອມກັບຄວາມມານະພະຍາຍາມຂອງສຳມະນາກອນແຕ່ລະຄົນ ແລະ ຄວາມຮັບຜິດຊອບຂອງບັນດາຄູອາຈານສະຖາບັນຍຸຕິທຳ ຫວຽດນາມ, ໃນໄລຍະເກືອບ 3 ເດືອນ, ຂອງຊຸດອົບຮົມຈະສຳເລັດຜົນຢ່າງດີງາມ ດ້ວຍບັນດາເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການ, ແຜນການ ແລະ ລາຍການທີ່ໄດ້ວາງອອກ. ຜົນສຳເລັດຂອງຊຸດອົບຮົມນີ້ ກໍ່ແມ່ນພື້ນຖານຜົນສຳເລັດຂອງບັນດາຊຸດອົບຮົມຄັ້ງຕໍ່ໆໄປ .
ສະຖາບັນຍຸຕິທຳ ຫວຽດນາມ ໄດ້ຫັກເງິນຈາກແຫຼ່ງງົບປະມານຂອງຕົນ 1 ຕື້ດົ່ງ
ເພື່ອລົງທຶນຕື່ມອີກອຸປະກອນຮັບໃຊ້ວຽກງານສິດສອນ ແລະ ຮ່ຳຮຽນ
(ແຫຼ່ງຄັດຈາກ VOV)