• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວົງການເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຍີ່ປຸ່ນ, ໄທ ຢັ້ງຢືນຄວາມສຳຄັນຂອງສິດເສລີໃນການເດີນເຮືອ ແລະ ບົດບາດເປັນໃຈກາງຂອງ ອາຊຽນ

      ວັນທີ 25 ພຶດສະພາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi ໄດ້ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ປຣາຢຸດ ຈັນໂອຊາ ເພື່ອປຶກສາຫາລືກ່ຽວກັບຫຼາຍບັນຫາສຳຄັນ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi (ພາບ: TTXVN)
      ກ່ຽວກັບສະພາບການໃນພາກພື້ນຫວ່າງມໍ່ໆມານີ້, ລວມມທັງບັນຫາທະເລ ຮວາຕຸງ ແລະ ທະເລຕາເວັນອອກ, ສອງຝ່າຍໄດ້ຢືນຢັນເຖິງຄວາມສຳຄັນຂອງການຮັກສາສິດເສລີໃນການເດີນເຮືອ; ພ້ອມທັງສະແດງການສະໜັບສະໜູນຕໍ່ການເຄົາລົບບັນດາຫຼັກການທີ່ໄດ້ກຳນົດໄວ້ໃນ ວິໄສທັດ ອາຊຽນ ກ່ຽວກັບ ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ (AOIP) ໃນນັ້ນມີບົດບາດເປັນໃຈກາງຂອງ ອາຊຽນ, ກໍຄືເຄົາລົບກົດໝາຍສາກົນ, ລວມທັງ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
        ກ່ຽວກັບສະພາບການຢູ່ ມຽນມາ, ທ່ານລັດຖະມົນຕີ Kishi ຊົມເຊີຍບົດບາດທີ່ມີລັກສະນະສ້າງສັນຂອງ ໄທ ແລະ ໝາກຜົນກອງປະຊຸມບັນດາການນຳ ອາຊຽນ ທີ່ຈັດຂຶ້ນໃນວັນທີ 24 ເມສາ ຜ່ານມາ, ຜ່ານນັ້ນ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບ ບາງກອກ ໃນບັນຫານີ້.
        ໄປຄຽງຄູ່ກັນນັ້ນ, ລັດຖະມົນຕີສອງປະເທດກໍໄດ້ປຶກສາຫາລືກ່ຽວກັບການຮ່ວມມືທາງດ້ານປ້ອງກັນຊາດສອງຝ່າຍ ແລະ ຫຼາຍຝ່າຍ, ເຫັນດີນຳກັນວ່າ ຈະສືບຕໍ່ຈັດຕັ້ງການຊ້ອມຮົບ “Cobra Gold” ໂດຍມີການເຂົ້າຮ່ວມຂອງກຳລັງປ້ອງກັນຕົວ ຍີ່ປຸ່ນ. ລັດຖະມົນຕີສອງທ່ານກໍເຫັນດີພັດທະນາການຮ່ວມມື ແລະ ພົບປະແລກປ່ຽນດ້ານປ້ອງກັນຊາດ, ພິເສດແມ່ນໃນຂົງເຂດປະກອບອຸປະກອນ, ເຕັກນິກການທະຫານ ແລະ ການສຶກສາ, ກໍຄືຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນກັບອົງການປ້ອງກັນຊາດລະຫວ່າງສອງປະເທດ, ພ້ອມກັນຍູ້ແຮງການຮ່ວມມືໃນບັນດາຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ. 
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top