• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ປູ​ເຈຍ ແລະ ໄທ ຈັດ​ການ​ປະ​ຊຸມ​ກ່ຽວ​ກັບ​ການ​ສຳຫຼວດ​ລູກ​ລະ​ເບີ​ດ​​ໝາກ​ໝີ່ນຢູ່​ເຂດ​ຊາຍ​ແດນ​ຮ່ວມ

CMAC ແລະ TMAC ໄດ້ປຶກສາຫາລືກ່ຽວກັບເຕັກນິກກວດກາບັນດາເຂດບຸລິມະສິດຜັນຂະຫຍາຍການສຳຫຼວດທຳລາຍລະເບີດໝາກໝີ່ນຢູ່ເຂດຊາຍແດນຮ່ວມລະຫວ່າງສອງປະເທດ... ວັນທີ 7 ພະຈິກ, ກຸ່ມປະຕິບັດວຽກງານສຳຫຼວດລູກລະເບີດໝາກໝີ່ນຂອງ ກຳປູເຈຍ ແລະ ໄທ ໄດ້ຈັດການປະຊຸມເພື່ອປຶກສາຫາລືກ່ຽວກັບເຕັກນິກກວດກາບັນດາເຂດບຸລິມະສິດຜັນຂະຫຍາຍຢູ່ເຂດຊາຍແດນຮ່ວມລະຫວ່າງສອງປະເທດ. ທ່ານນາງ Maly Socheata, ໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ ໃຫ້ຮູ້ວ່າ ກຸ່ມປະຕິບັດວຽກງານຂອງສູນກະທຳລູກລະເບີດໝາກໝີ່ນ ກຳປູເຈຍ (CMAC)  ແລະ ສູນກະທຳລູກລະເບີດໝາກໝີ່ນ ໄທ (TMAC) ໄດ້ປຶກສາຫາລືກ່ຽວກັບເຕັກນິກກວດກາບັນດາເຂດບຸລິມະສິດຜັນຂະຫຍາຍການສຳຫຼວດທຳລາຍລະເບີດໝາກໝີ່ນຢູ່ເຂດຊາຍແດນຮ່ວມລະຫວ່າງສອງປະເທດ. ການພົບປະໄດ້ປະຕິບັດບັນດາຫຼັກການ ແລະ ຂັ້ນຕອນເຮັດລຸມາດຖານ ໂດຍກຸ່ມປະຕິບັດວຽກງານປະສົມກ່ຽວກັບການສຳຫຼວດທຳລາຍລະເບີດໝາກໝີ່ນ ກຳປູເຈຍ-ໄທ ເຫັນດີເປັນປະເອກະພາບ. ທ່ານນາງກໍ່ຢັ້ງຢືນວ່າວຽກງານການສຳຫຼວດທຳລາຍລະເບີດໝາກໝີ່ນມະນຸດສະທຳ ຕ້ອງປະຕິບັດຢ່າງເຂັ້ມງວດບົນຫຼັກການເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຈິກໃຈເຄົາລົບຊື່ງກັນ ແລະ ກັນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນ ຕຸ​ລາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນ ຕຸ​ລາ

ຕອນເຊົ້າວັນທີ 8 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນຕຸລາ ໂດຍມີການເຊື່ອມຕໍ່ແບບທາງໄກກັບບັນດາທ້ອງຖິ່ນ.

Top