• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຄວນກຳແໜ້ນທາງດ້ານວັດທະນະທຳ ຂອງປະເທດປະຈຳຖິ່ນ ເມື່ອສົ່ງອອກໄປຍັງ ອັງກິດ

      ສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ  2021 ເປັນຕົ້ນໄປ 
ພາບປະກອບ
          ສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ  2021 ເປັນຕົ້ນໄປ ເຊິ່ງຈະເປັນການສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ ການຄ້າ ລະຫວ່າງສອງຝ່າຍ. ແຕ່ເພື່ອໃຫ້ສິນຄ້າຂອງ ຫວຽດນາມ ແຊກຊຶມເລິກເຂົ້າໃນຕະຫຼາດ ອັງກິດ ນັ້ນ, ບັນດານັກຊ່ຽວຊານດ້ານການຄ້າຖືວ່າ ວິສາຫະກິດ ຫວຽດນາມ ຕ້ອງກຳແໜ້ນທາງດ້ານວັດທະນະທຳຂອງປະເທດປະຈຳຖິ່ນ  ກໍ່ຄືຊອກຮູ້ລະອຽດກ່ຽວກັບແບບວິທີ ຊຳລະ ແລະ ບັນດາຊ່ອງທາງແຈກຢາຍຢູ່ທີ່ນີ້.
ສັນຍາ ການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ຊີ້ແຈ້ງວ່ານັບແຕ່ເມື່ອສັນຍາມີຜົນສັກສິດນັ້ນ, ບັນດາປະເພດສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ຈະຖືກຫຼຸດຜ່ອນອັດຕາພາສີນຳເຂົ້າລົງເຖິງລະດັບ 0% ແລະ ເລັ່ງໃສ່ບັນດາປະເພດສິນຄ້າ ວັດຖຸດິບ ແລະ ເຄື່ອງຕ່ຳແຜນຕັດຫຍິບ. ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ຜະລິດຕະພັນເຫຼົ່ານີ້ແຊກຊຶມເລິກ ເຂົ້າໃນຕະຫຼາດ ອັງກິດ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top