• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມອັດອາຍຸການເປັນປະທານຂອງ ຫວຽດນາມ ທີ່ກອງປະຊຸມຫລຸດຜ່ອນກຳລັງທັບ

ໃນລະຫວ່າງວັນທີ 14 – 15 ສິງຫາ, ທີ່ສຳນັກງານສະຫະປະຊາຊາດຢູ່ ເຊີແນວ (ສະວິດ), ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ ເຢືອງຈີ໊ຢຸງ, ເປັນປະທານບັນດາວາລະປະຊຸມຄົບຄະນະສຸດທ້າຍ ໃນອາຍຸການ ຫວຽດນາມ ເປັນປະທານກອງປະຊຸມຫລຸດຜ່ອນກຳລັງທັບ, ເຊິ່ງໄດ້ດຳເນີນແຕ່ວັນທີ 24 – 30 ມິຖຸນາ ແລະ ວັນທີ 29 ກໍລະກົດ - ວັນທີ 18 ສິງຫາ.

ວາລະປະຊຸມອັດອາຍຸການເປັນປະທານຂອງ ຫວຽດນາມ ທີ່ກອງປະຊຸມຫລຸດຜ່ອນກຳລັງທັບ (ພາບ: TTXVN)

ທ້າຍກອງປະຊຸມຄົບຄະນະໃນວັນທີ 15 ສິງຫາ, ກ່ອນທີ່ສິ້ນສຸດອາຍຸການເປັນປະທານຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ເຢືອງຈີ໊ຢຸງ ໄດ້ຕີລາຄາໝາກຜົນທີ່ບັນລຸໄດ້, ບັນດາເນື້ອໃນທີ່ນຳມາປຶກສາຫາລືຕົ້ນຕໍແມ່ນ ແນໃສ່ກຳນົດບັນດາປັດໄຈໃຫ້ເໝາະສົມ ເພື່ອສ້າງລາຍການເຮັດວຽກຂອງກອງປະຊຸມໃນອະນາຄົດ. ດ້ວຍຄວາມມານະພະຍາຍາມຂອງປະເທດເປັນປະທານ ແລະ ການຮ່ວມມື, ການປຶກສາຫາລືທີ່ມີລັກສະນະສ້າງສັນຂອງບັນດາປະເທດສະມາຊິກ, ເປັນຄັ້ງທຳອິດພາຍຫລັງບັນດາອາຍຸການເປັນປະທານໃນໄລຍະມໍ່ໆມານີ້, ບັນດາປະເທດສະມາຊິກໄດ້ປຶກສາຫາລືກ່ຽວກັບບັນດາບັນຫາແທດຈິງ, ຫຼັກແຫຼ່ງໃນໂຄງການດຳເນີນງານຂອງກອງປະຊຸມຄືນໃໝ່ ແລະ ບັນດາເນື້ອໃນນີ້ ໄດ້ຮັບການຕີລາຄາວ່າ ແມ່ນບັນດາປັດໄຈສຳຄັນໃຫ້ແກ່ວຽກງານຂອງກອງປະຊຸມຫລຸດຜ່ອນກຳລັງທັບໃນຊຸມປີຕໍ່ໄປ.
(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top