• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບ, ສິດຕິດຕາມກວດກາຂອງສະພາແຫ່ງຊາດ

ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ວັນທີ 06 ມິຖຸນາ, ສະພາແຫ່ງຊາດໄດ້ສຳເລັດວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສຳລັບ 4 ກຸ່ມບັນຫາທີ່ຂຶ້ນກັບຄວາມຮັບຜິດຊອບຕົ້ນຕໍຂອງລັດຖະມົນຕີ 4 ທ່ານ.

ທ່ານລັດຖະມົນຕີກະຊວງຕຳຫລວດ ໂຕເລິມ, ທ່ານລັດຖະມົນຕີກະຊວງກໍ່ສ້າງ ຟ້າມຮົ່ງຮ່າ, ທ່ານລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫງວຽນວັນເຖ໋, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນງອັກທ້ຽນ. ບັນດາຮອງນາຍົກລັດຖະມົນຕີເຂົ້າຮ່ວມການອະພິປາຍ, ເຮັດແຈ້ງບັນດາບັນຫາທີ່ຂຶ້ນກັບຄວາມຮັບຜິດຊອບການບໍລິຫານຂອງລັດຖະບານຕື່ມອີກ ແລະ ຕອບຄຳຊັກຖາມໂດຍກົງຈາກສະມາຊິກສະພາແຫ່ງຊາດບາງທ່ານ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຕີລາຄາວ່າ:

        “ບັນດາຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ດ້ານໜຶ່ງສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບ, ສິດຕິດຕາມກວດກາຂອງສະພາແຫ່ງຊາດ ດ້ານອື່ນກໍ່ແມ່ນການຮ່ວມເດີນທາງ, ແບ່ງປັນບັນດາຄວາມຫຍຸ້ງຍາກໃນວຽກງານຄຸ້ມຄອງ, ບໍລິຫານຂອງລັດຖະບານ, ພ້ອມທັງກໍ່ແມ່ນການເຈາະຈີ້ມ, ເພີ່ມເຕີມບັນດາມາດຕະການໃສ່ແຜນການຂອງລັດຖະບານ, ບັນດາກະຊວງ, ຂະແໜງການເພື່ອມຸ່ງໄປເຖິງການແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ, ສິ່ງຈຳກັດຢ່າງມີປະສິດທິຜົນ, ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.


ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  (ພາບອິນເຕີແນັດ)

 ບົນພື້ນຖານການຊັກຖາມຂອງສະມາຊິກສະພາແຫ່ງຊາດ ແລະ ການຕອບຄຳຊັກຖາມຂອງບັນດາສະມາຊິກລັດຖະບານ, ຄະນະປະຈຳສະພາແຫ່ງຊາດຈະຄົ້ນຄວ້າ ກະກຽມມະຕິຢ່າງເຂັ້ມງວດເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາໃນທ້າຍກອງປະຊຸມສະໄໝສາມັນຄັ້ງນີ້.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ເມື່ອຕິດຕາມເນື້ອໃນການຕອບຄຳຊັກຖາມຂອງທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນງອັກທ້ຽນ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ເລທິຮ່ວາ ຢູ່ນະຄອນ Pleiku ແຂວງ ຢາລາຍ ມີຄວາມປາດຖະໜາວ່າ ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ຈະເອົາໃຈໃສ່ເຖິງການພັດທະນາຮູບແບບການທ່ອງທ່ຽວວົງຄະນະຍາດຢູ່ ຢາລາຍ ແລະ ບັນດາແຂວງເຂດ ໄຕງວຽນ ໃຫ້ຫລາຍກ່ວາ, ແນໃສ່ຊ່ວຍບັນດາແຂວງເຫຼົ່ານີ້ ເສີມຂະຫຍາຍບັນດາທ່າໄດ້ປຽບທີ່ມີຢູ່ແລ້ວໃຫ້ເປັນຢ່າງດີ.

        ໃນຂະນະນັ້ນ, ຜູ້ມີສິດເລືອກຕັ້ງ ຫງວຽນມາຍຊວັນ ຢູ່ນະຄອນ ໂຮ່ຈີມິນ ໄດ້ຕີລາຄາສູງຕໍ່ຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສຳລັບບັນດາບັນຫາກ່ຽວກັບການພັດທະນາການທ່ອງທ່ຽວ, ກອບກົດໝາຍໃນການປົກປັກຮັກສາພາສາ ຫວຽດ ແລະ ຫັນບັນດາທັດສະນະ, ນິຍາມກ່ຽວກັບວັດທະນະທຳ, ຄຸນສົມບັດ, ຄວາມງາມກ່ຽວກັບປະເພນີເປັນມາດຕະຖານ, ພິເສດແມ່ນບັນຫາວັດທະນະທຳໃນການເຫຼື້ອມໃສເຊື່ອຖືສາສະໜາ.

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top