• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງສະແດງບັນດາພາບຖ່າຍທີ່ສວຍງາມກ່ຽວກັບປະເທດຊາດ,ຊາວອາຊຽນຢູ່ຫາຍຟ່ອງ

      ວັນທີ 07 ສິງຫາ, ຢູ່ສູນວາງສະແດງ ແລະ ວິຈິດສິນນະຄອນຫາຍຟ່ອງ, ໄດ້ໄຂງານວາງສະແດງ “ປະເທດຊາດ, ຊາວອາຊຽນ”.

(ພາບຖ່າຍໜຶ່ງຢູ່ງານວາງສະແດງ) 
      ງານວາງສະແດງໄດ້ແນະນຳພາບຖ່າຍນັບຮ້ອຍແຜ່ນຂອງບັນດານັກສິລະປິນ ຂຶ້ນກັບ 10 ປະເທດອາຊຽນ, ເຊິ່ງໄດ້ຄັດເລືອກຈາກພາບຖ່າຍກວ່າ 10.000 ແຜ່ນ. ທ່ານນາງ ເຈີ່ນທິ້ຮ່ວາງມາຍ, ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ຫາຍຟ່ອງ, ໃຫ້ຮູ້ວ່າ:
        “ນີ້ແມ່ນການເຄື່ອນໄຫວວັດທະນະທຳສິລະປະທີ່ມີຄວາມໝາຍສຳຄັນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມສະໜິດຕິດພັນລະຫວ່າງບັນດາປະເທດ, ປະກອບສ່ວນສ້າງປະຊາຊົນອາຊຽນ ສາມັກຄີ, ຂະຫຍັນຂັນເຄື່ອນ, ພັດທະນາໃຫ້ກາຍເປັນພາກພື້ນສັນຕິພາບ ແລະ ວັດທະນາຖາວອນ. ສ້າງໂອກາດໃຫ້ປະຊາຊົນ ແລະ ເພື່ອນມິດສາກົນຢູ່ຫາຍຟ່ອງ ໄດ້ຮັບຊົມຄວາມງາມຂອງບັນດາປະເທດອາຊຽນ, ສ້າງເງື່ອນໄຂໃຫ້ປະເທດຕ່າງໆໄດ້ຍັບມໍ່ໃກ້ກັນ ເພື່ອພື້ນຖານວັດທະນະທຳອາຊຽນ ທິ່ເຕັມໄປດ້ວຍສີສັນ ແລະ ຫຼາຍຮູບຫຼາຍແບບໃນຄວາມເປັນເອກະພາບ”.
        ພາຍຫຼັງວາງສະແດງຢູ່ຫາຍຟ່ອງ, ງານວາງສະແດງຈະສືບຕໍ່ແນະນຳຢູ່ກວາງນິງ, ບາກລ້ຽວ ແລະ ຢູ່ “ງານບຸນຄຳອາຊຽນ” ໂດຍກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ.
 (ແຫຼ່ງຄັດຈາກ VOV)
 

ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຮ່ວມມື ດ້ານປ້ອງກັນປະເທດ

ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຮ່ວມມື ດ້ານປ້ອງກັນປະເທດ

ກອງທັບປະຊາຊົນແຫ່ງຊາດ ອານເຊຣີ ຖືເປັນສຳຄັນຕໍ່ການປັບປຸງພື້ນຖານຮ່ວມມືດ້ານການທະຫານ ກັບກອງທັບປະຊາຊົນ ຫວຽດນາມ ໃນຫຼາຍຂົງເຂດ

Top