• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນຄອບຄົວອາຊຽນຢູ່ຮ່າໂນ້ຍ

ວັນທີ 25 ສິງຫາ ຢູ່ ຮ່າໂນ້ຍ ໄດ້ດຳເນີນຫລາຍເຫດການເຄື່ອນໄຫວທີ່ຟົດຟື້ນໃນຂອບເຂດວັນຄອບຄົວ ອາຊຽນ ປີ 2018. 

ຜູ້ເຂົ້າຮ່ວມວັນຄອບຄົວອາຊຽນພ້ອມກັນຖີບລົດຖີບ ເຕັມໄປດ້ວຍນ້ຳໃຈມິດຕະພາບ

ນີ້ແມ່ນເຫດການໂດຍກະຊວງການຕ່າງປະເທດ ແລະ ກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ ສົມທົບກັນຈັດຕັ້ງ. ເຂົ້າຮ່ວມເຫດການນີ້ ມີການນຳ, ພະນັກງານ, ລັດຖະກອນ ກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ຢູ່ ຮ່າໂນ້ຍ ພ້ອມກັບພັນລະຍາ ແລະ ບັນດາສະມາຊິກໃນຄອບຄົວ.

 ພາຍຫລັງພິທີໄຂ ແມ່ນການເຄື່ອນໄຫວຟົດຟື້ນ - ຖີບລົດຖີບມິດຕະພາບ ຈາກສຳນັກງານກະຊວງການຕ່າງ ປະເທດ ຢູ່ເຮືອນເລກທີ 1 ຖະຫນົມ ໂຕນເທິດດາມ ເຖິງອາຄານເຮັດວຽກແຫ່ງໃຫມ່ ຢູ່ ເຮືອນເລກທີ 2 ຖະຫນົນ ເລກວາງດ້າວ ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 200 ຄົນ ແລະ ຄອບຄົວ. ນອກຈາກນັ້ນ ຍັງຈັດໃຫ້ມີບັນດາການເຄື່ອນໄຫວສິລະປະ, ກິລາ, ການລະຫລິ້ນພື້ນເມືອງ ແລະ ອາຫານການກິນ ກໍ່ເປັນການສ້າງບັນຍາກາດຟົດຟື້ນມ່ວນຊື່ນ ຈັບອົກຈັບໃຈທີ່ສຸດ.

 (ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top