• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ວາງຄາດໝາຍສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ໃຫ້ບັນລຸໄດ້ 1,2 ຕື້ USD

ລັດຖະບານລາວ ພວມສົ່ງເສີມບັນດາວິສາຫະກິດ ແລະ ຊາວກະສິກອນຜະລິດໝາກໄມ້, ສາລີ, ມັນຝລັ່ງ, ກາເຟ ແລະ ນ້ຳຕານ.

(ລັດຖະບານລາວ ພວມສົ່ງເສີມບັນດາວິສາຫະກິດ ແລະ ຊາວກະສິກອນຜະລິດໝາກໄມ້)

ລາວ ໄດ້ວາງຄາດໝາຍສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ໃຫ້ບັນລຸໄດ້ 1,2 ຕື້ USD ໃນປີ 2020. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານ ລຽນ ທິແກ້ວ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ລາວ ໃຫ້ຮູ້ວ່າ, ລັດຖະບານລາວ ພວມສົ່ງເສີມບັນດາວິສາຫະກິດ ແລະ ຊາວກະສິກອນຜະລິດໝາກໄມ້, ສາລີ, ມັນຝລັ່ງ, ກາເຟ ແລະ ນ້ຳຕານ.

        ປີ 2019, ວົງເງິນສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ຂອງລາວ ບັນລຸ 560 ລ້ານ USD, ດ້ວຍບັນດາຜະລິດຕະພັນຕົ້ນຕໍຄື: ຢາງພາລາ, ໝາກກ້ວຍ, ກາເຟ, ໝາກມັງກອນ, ໝາກມີ້, ເຄື່ອງສິລະປະຫັດຖະກຳ... ໃນນັ້ນ, 80% ຜະລິດຕະພັນກະສິກຳໄດ້ສົ່ງອອກໄປຍັງຕະຫຼາດຈີນ, ສ່ວນຍັງເຫຼືອແມ່ນສົ່ງອອກໄປຍັງຫວຽດນາມ, ໄທ, ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top