• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວເປີດການບໍລິການອອກວີຊາເອເລັກໂຕນິກ (eVisa) ຢ່າງເປັນທາງການຢູ່ 2 ດ່ານ

      ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງໃຫ້ມີການພັດທະນາ ລະບົບອອກວີຊາເອເລັກໂຕນິກ (eVisa) ເພື່ອເປັນທາງເລືອກໃໝ່ໜຶ່ງອີກ ໃຫ້ແກ່ຄົນຕ່າງປະເທດ ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນ ຮ່ວມມືໃນດ້ານຕ່າງໆ ກໍ່ຄືການໄປມາຫາສູ່ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດ ໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ.

ພິທີເປີດການບໍລິການອອກວີຊາເອເລັກໂຕນິກ
      ຕາມຂ່າວຈາກໜັງສີພິມວຽງຈັນທາຍ, ກະຊວງການຕ່າງປະເທດໂດຍສົມທົບກັບບັນດາ ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານໄດ້ຈັດພິທີເປີດການບໍລິການອອກວີຊາເອເລັກໂຕນິກ (eVisa) ຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 09/07/2019 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ຫວ່າງມໍ່ໆມານີ້ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງໃຫ້ມີການພັດທະນາ ລະບົບອອກວີຊາເອເລັກໂຕນິກ (eVisa) ເພື່ອເປັນທາງເລືອກໃໝ່ໜຶ່ງອີກ ໃຫ້ແກ່ຄົນຕ່າງປະເທດ ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນ ຮ່ວມມືໃນດ້ານຕ່າງໆ ກໍ່ຄືການໄປມາຫາສູ່ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດ ໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ. ລະບົບດັ່ງກ່າວນີ້ຈະໄດ້ນຳໃຊ້ໄປຄຽງຄູ່ກັບລະບົບທີ່ປະຕິບັດ ຢູ່ໃນປະຈຸບັນ, ສໍາລັບລະບົບອອກວີຊາເອເລັກໂຕນິກ ໄດ້ອອກແບບມີລັກສະນະງ່າຍດາຍ, ບໍ່ສັບສົນ, ສາມາດເຂົ້າໃຈງ່າຍ, ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມປອດໄພ ສຳລັບຜູ້ຊົມໃຊ້, ຊຶ່ງທຸກຄົນສາມາດສະເໜີຂໍວີຊາເຂົ້າ ສປປ ລາວ ທາງອອນລາຍໄດ້ໃນທຸກເວລາ ແລະ ທຸກສະຖານທີ່ ທີ່ມີອິນເຕີແນັດ ແລະ ເປັນການປະຢັດຄ່າໃຊ້ຈ່າຍ ຖ້າທຽບໃສ່ການໄປຂໍ້ວິຊາຢູ່ບັນດາສະຖານທູດ, ສະຖານກົງສູນໃຫຍ່, ຫ້ອງການກົງສູນຂອງລາວທີ່ຢູ່ຕ່າງປະເທດ, ລວມທັງຂໍຢູ່ກັບດ່ານສາກົນຕ່າງໆ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top