• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວຈັດຕັ້ງການຍ່າງເພື່ອສຸຂະພາບສະເຫຼີມສະຫຼອງ 49ປີ ແຫ່ງວັນສ້າງຕັ້ງອາຊຽນ


ລັດຖະມົນຕີການຕ່າງປະເທດ ລາວ ກ່າວຄຳເຫັນທີ່ພິທີ
      ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນສ້າງ​ຕັ້ງ​ປະຊາ​ຄົມ​ປະຊາ​ຊາດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​​ແລະ 19 ປີ​ແຫ່ງ​ວັນ​ລາວ ​ເຂົ້າ​​ເປັນ​ສະມາຊິກ ອາ​ຊຽນ, ຕອນ​ເຊົ້າ​ວັນ​ທີ 6/8, ຢູ່​ນະຄອນຫຼວງ ວຽງ​ຈັນ, ລາວ, ກະຊວງ​ການ​ຕ່າງປະ​ເທດ ລາວ ​ໄດ້​ຈັດ​ຕັ້ງ​ເຫດການ​ຍ່າງ​ເພື່ອ​ສຸ​ຂະ​ພາບ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍ​ສຳຄັນ​ຂອງ “ວັນ​ອາ​ຊຽນ” ສຳລັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລ​ະ​ ​ເນ​ັ້ນໜັກ​ວ່າ ວັນ​ນີ້​ແມ່ນ​ວັນ​ພິ​ເສດ​ສຳລ​ັບ ສປປ ລາວ, ຍ້ອນ ລາວ ບໍ່​ພຽງ​ແຕ່​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ເຫຼີ​ມສະຫຼອງ 19 ປີ​ແຫ່ງ​ວັນ​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ ອີກ​ດ້ວຍ. ທ່ານ​ລັດຖະມົນຕີ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ຢັ້ງຢືນ​ວ່າ: ປີ​ນີ້​ແມ່ນ​ປີ​ມີ​ຄວາມ​ໝາຍ​ພິ​ເສດ ​ແລະ ມີ​ຄວາມ​ສຳຄັນ​ສຳລັບ ອາ​ຊຽນ ຍ້​ອນນີ້​​ເປັນ​ປີ​ທຳ​ອິດ​ປະຊາ​ຄົມ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ. ດ້ວຍ​ຖານະ​ເປັນ​ປະທານ​ໝູນວຽນ ອາ​ຊຽນ ​ໃນ​ປີ 2016, ລາວ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ບັນດາ​ສະມາຊິກ​ອື່ນ​ຕັ້ງໜ້າ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ວິ​ໄສ​ທັດ ອາ​ຊຽນ 2025 ​ແລະ ບັນດາ​ແຜນການ​ຕາມ​ຫົວ​ຂໍ້ “ຫັນ​ວິ​ໄສ​ທັດ​ເປັນ​ການ​ກະທຳ​ເພື່ອ​ປະຊາ​ຄົມ ອາ​ຊຽນ ຂະຫຍັນ​ຂັນ​ເຄື່ອນ” ​ເພື່ອ​ຮັດ​ແໜ້ນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ, ​​ເສີມ​ຂະຫຍາຍ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ ອາ​ຊຽນ ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top