• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີທຸງຊາດ 1 ແສນຜືນໄດ້ມອບໃຫ້ຊາວປະມົງເພື່ອພ້ອມກັນຕິດກັບທະເລ, ປົກປັກຮັກສາປະເທດຊາດ

      ຕອນເຊົ້າວັນທີ 19 ກັນຍາ, ຢູ່ນະຄອນໂຮ່ຈີມິນ, ໜັງສືພິມຜູ້ອອກແຮງງານໄດ້ຈັດຕັ້ງພິທີລົງນາມຮ່ວມເດີນທາງກັບລາຍການ ທຸງຊາດ 1 ລ້ານຜືນ ພ້ອມກັບຊາວປະມົງຕິດແທດກັບທະເລ”. 

ມີທຸງຊາດ 1 ແສນຜືນໄດ້ມອບໃຫ້ຊາວປະມົງເພື່ອພ້ອມກັນຕິດກັບທະເລ, ປົກປັກຮັກສາປະເທດຊາດ
      ນີ້ແມ່ນລາຍການເພື່ອແນໃສ່ຕໍ່ກຳລັງແຮງ, ເປັນກຳລັງໃຈໃຫ້ແກ່ຊາວປະມົງພ້ອມກັນຮ່ວມແຮງຮ່ວມໃຈຢັ້ງຢືນອະທິປະໄຕທະເລໝູ່ເກາະສັກກາລະບູຊາຂອງປະເທດຊາດ. ນອກຈາກການມອບທຸງຊາດແລ້ວ, ລາຍການຍັງສົມທົບການໂຄສະນາໃຫ້ແກ່ຊາວປະມົງບັນດານະໂຍບາຍກົດໝາຍຂອງລັດກ່ຽວກັບກົດໝາຍວ່າດ້ວຍທະເລສາກົນ, ໂຄສະນາກ່ຽວກັບທະເລໝູ່ເກາະ, ຍົກສູງສະຕິປົກປັກຮັກສາອະທິປະໄຕຂອງຊາວປະມົງເມື່ອອອກໄປຫາປາໃນແຕ່ລະເທື່ອ.
        ທີ່ພິທີ, ໜັງສືພິມຜູ້ອອກແຮງງານ ກໍ່ໄດ້ມອບ ທຸງຊາດ 20 ພັນຜືນໃຫ້ແກ່ຜູ້ຕາງໜ້າກອງທັບເຮືອເຂດ 2 ແລະ 40 ຜືນໃຫ້ແກ່ ກອງທັບເຮືອເຂດ 4 ເພື່ອມອບໃຫ້ຊາວປະມົງເມື່ອແວ່ເຂົ້າເກາະ. ລາຍການໄດ້ເຄື່ອນໄຫວມາແຕ່ວັນທີ 1 ມິຖຸນາ, ເນື່ອງໃນເຫດການ “ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ 2019” ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມຈັດຕັ້ງຂຶ້ນຢູ່ແຂວງ ບາກລຽວ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top