• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຄວາມເຊື່ອໝັ້ນ ແລະ ຄວາມຫວັງ ປີ 2021 ປະສົບຜົນສຳເລັດ, ຍາດໄດ້ໄຊຊະນະໃຫມ່ ຫລາຍຢ່າງ

ຕອນຄ່ຳວັນທີ 31 ທັນວາ, ປະຊາຊົນນັບຫລາຍລ້ານຄົນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ໄດ້ພາກັນລົງຖະຫນົນເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ສາກົນ 2021 ດ້ວຍຈິດໃຈເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຫວັງ ໃນບັນຍາກາດຟົດຟື້ນມ່ວນຊື່ນຈາກລາຍການສະແດງສິລະປະທີ່ເປັນເອກະລັກກໍຄືສີສັນຫລາກຫລາຍຂອງລາຍການຍິງບັ້ງໄຟດອກ, ການນັບຖອຍຫລັງ…

ພາບປະກອບ

ຢູ່ນະຄອນ ຮ່າໂນ້ຍ ຊາວນະຄອນຫລວງ ຕ້ອນຮັບປີໃຫມ່ດ້ວຍລາຍການສະແດງສິລະປະຕ່າງໆທີ່ຟົດຟື້ນມ່ວນຊື່ນຕາມຖະຫນົນຫລາຍສາຍ. ລາຍການຕ້ອນຮັບປີໃຫມ່ Countdown 2021 ພ້ອມກັບການຮ້ອງລຳທຳເພງຂອງບັນດານັກຮ້ອງຫນຸ່ມດີເດັ່ນ ໄດ້ສ້າງຄວາມປະທັບໃຈຫລາຍຢ່າງຕໍ່ຜູ້ເຂົ້າຮ່ວມ.

ຢູ່ນະຄອນ ດາຫນັງ, ເຖິງວ່າ ອາກາດເລີ່ມຫນາວເຢັນກໍຕາມ ແຕ່ປະຊາຊົນນະຄອນ ແລະ ນັກທ່ອງທ່ຽວ ກໍ່ໄດ້ພາກັນມາເຕົ້າໂຮມຢູ່ບັນດາສະຖານທີ່ສາທາລະນະເພື່ອຮັບຊົມບັນດາລາຍການສີລະປະຕ້ອນຮັບປີໃຫມ່ 2021.

ຢູ່ ນະຄອນໂຮ່ຈີມີນ ກໍ່ໄດ້ດຳເນີນລາຍການສິລະປະເປັນເອກະລັກຕ້ອນຮັບປີໃຫມ່ ແລະ ຂ່ຳນັບຊົມເຊີຍເຫດການສ້າງຕັ້ງນະຄອນ ຖູດຶກ.

ສ່ວນຢູ່ ນະຄອນເກີນເທີ ຕ້ອນຮັບປີໃຫມ່ດ້ວຍລາຍການສິລະປະ: “ເກີນເທີເຊື່ອມໂຍງແລະ ພັດທະນາ”

ຢູ່ ນະຄອນ ເຫ້ວ, ລາຍການ ເຫ້ວ Countdown 2021 ແມ່ນເຫດການດົນຕີດ້ວຍຂອບຂະຫນາດໃຫຍ່ ປະກອບສ່ວນກະຕຸ້ນຂະແຫນງທ່ອງທ່ຽວຂອງແຂວງ ພາຍຫລັງປີຫນຶ່ງທີ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນໂລກລະບາດໂຄວິດ 19 ກໍ່ຄືໄພທຳມະຊາດແກ່ຍາວ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top